ເຮືອ​ບິນ​ສູ້​ຮົບຂອງ​ ລັດ​ເຊຍ ສະ​ກັດ​ກັ້ນ​ເຮືອ​ບິນ​ສອ​ດ​ແນມ ອ​າ​ເມ​ລິ​ກາ ຢູ່​ທະ​ເລ​ດຳ

(VOVWORLD) -ບັນດາເຮືອບິນສູ້ຮົບ Su – 30SM ແລະ Su – 27 ຂອງປະເທດນີ້ໄດ້ບິນຂຶ້ນນ່ານຟ້າທະເລດຳ ເພື່ອສະກັດກັ້ນເຮືອບິນສອດແນມຂອງກອງທັບອາກາດ ອາເມລິກາ ທີ່ລ່ວງລ້ຳຊາຍແດນ.
ເຮືອ​ບິນ​ສູ້​ຮົບຂອງ​ ລັດ​ເຊຍ ສະ​ກັດ​ກັ້ນ​ເຮືອ​ບິນ​ສອ​ດ​ແນມ ອ​າ​ເມ​ລິ​ກາ ຢູ່​ທະ​ເລ​ດຳ - ảnh 1ເຮືອບິນສູ້ຮົບ Su – 27 ຂອງ ລັດເຊຍ  (ພາບ: AFP/TTXVN)

   ສູນບັນຊາການປ້ອງກັນຊາດຂອງກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ໃຫ້ຮູ້ວ່າ ບັນດາເຮືອບິນສູ້ຮົບ Su – 30SM ແລະ Su – 27 ຂອງປະເທດນີ້ໄດ້ບິນຂຶ້ນນ່ານຟ້າທະເລດຳ ເພື່ອສະກັດກັ້ນເຮືອບິນສອດແນມຂອງກອງທັບອາກາດ ອາເມລິກາ ທີ່ລ່ວງລ້ຳຊາຍແດນ.

ວັນທີ 11 ກໍລະກົດ, ຣາດາຄວບຄຸມເຂດນ່ານຟ້າຂອງກຳລັງກອງທັບອາກາດເຂດທາງທິດໃຕ້ທະເລດຳ ໄດ້ພົບເຫັນບັນດາເປົ້າໝາຍທາງອາກາດພວມບິນໃກ້ກັບຊາຍແດນຂອງ ລັດເຊຍ. ຫຼັງຈາກນັ້ນ,  ບັນດາເຮືອບິນສູ້ຮົບຂອງກຳລັງປ້ອງກັນອາກາດຢູ່ເຂດດັ່ງກ່າວກໍ່ໄດ້ຮັບຄຳສັ່ງບິນຂຶ້ນນ່ານຟ້າເພື່ອຢັ້ງຢືນ ແລະ ສະກັດກັ້ນການກະທຳລ່ວງລ້ຳເຂດຊາຍແດນ.

ລັດເຊຍ ໄດ້ຢັ້ງຢືນວ່າ ບັນດາເປົ້າໝາຍຢູ່ເທິງເຂດນ່ານຟ້າດັ່ງກ່າວ ແມ່ນເຮືອບິນສອດແນມຂອງກອງທັບອາກາດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ