ເຮືອບິນອາເມລິກາ ບຸກໂຈມຕີ ປາກີສະຖານ


ເຮືອບິນອາເມລິກາ ບຸກໂຈມຕີ ປາກີສະຖານ - ảnh 1

(ພາບ:tinngan.vn)

( vovworld )- ບັນດາເຈົ້າໜ້າທີ່ປາກີສະຖານໃຫ້ຮູ້ວ່າ, ໃນຕອນ​ເຊົ້າວັນ​ທີ 14/6, ບັນດາເຮືອບິນບໍ່ມີຄົນຂັບຂອງອາເມລິກາ ໄດ້ປະຕິບັດການບຸກໂຈມຕີ 2 ຄັ້ງຢ່າງ ລຽນຕິດ ແນ່ໃສ່ເຂດຊົນເຜົ່າທາງທິດຕາເວັນຕົກສ່ຽງເໜືອປາກີສະຖານ ຊື່ງຖືກຖືວ່າ ແມ່ນເຮືອນຮັງຂອງບັນດາພາກສ່ວນຕາລີບານ ແລະ ອານເກດາ. ການບຸກໂຈມຕີ ດ້ວຍເຮືອບິນບໍ່ມີຄົນຂັບຂອງອາເມລິກາ ຢູ່ປາກີສະຖານ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ນັບແຕ່ກອງປະຊຸມສຸດຍອດນາໂຕ ຢູ່ຈີກາໂກ ປະເທດອາເມລິກາ ອັດລົງເມື່ອເດືອນ ກ່ອນແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃໆ ເພື່ອຢຸດຕິສະພາບປາກີສະຖານ ປິດລ້ອມສາຍທາງ ລຳລຽງຂອງນາໂຕ ໄປຍັງອາບ​ກາ​ນີສະຖານ ຊື່​ງຖືກ​ແກ່ຍາວ​ໃນ​ໄລຍະ 6 ​ເດືອນ​ທີ່​ຜ່ານ​ມາ​ແລ້ວ.

   ​ເລື່ອງ​ວໍ​ຊິງ​ຕັນ ຕຳ​ນິຕິ​ຕຽນ​ອິດສະ​ລາມາ​ບາດ ບໍ່​ກຽມພ້ອມ​ປາບປາມ​ໄພ​ນາບ​ຂູ່​ດັ່ງກ່າວ ​ໃນ​ຂະນະ​ທີ່ເຮືອບິນບໍ່ມີຄົນຂັບຂອງອາເມລິກາ ​ໄດ້​ບຸກ​ໂຈມ​ຕີ​ເຂົາ​ເຂດ​ດິນ​ແດນ​ປາ​ກີ​ສະຖານ​ຢ່າງ​ລຽນຕິດ ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບມື້​ນັບ​ຊົ່ວ​ຮ້າຍ​ລົງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ບັນຫາ​ເປີດ​ສາຍທາງ ລຳລຽງ ຂອງນາໂຕ ໄປຍັງອາບ​ກາ​ນີສະຖານ ຜ່ານ​ເຂດ​ດິນ​ແດນ​ປາ​ກີ​ສະຖານ ຊື່​ງປາ​ກີ​ສະຖານ​ໄດ້​ປິດ​ລ້ອມ ​ແນ່​ໃສ່​ຄັດຄ້ານ​ເລື່ອງ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ຜິດ​ເປົ້າໝາຍ​ເມື່ອ​ວັນ​ທີ 26/11/2011 ອັນ​ໄດ້​ເຮັດ​ໃຫ້​ທະຫານ​ປາ​ກີ​ສະຖານ 24 ຄົນ​ເສຍ​ຊີວິດ.

 




ຂ່າວ/ບົດ​ອື່ນ