ແກງສົ້ມປາ ຫວຽດນາມ ລອດເຂົ້າ top ເຍື່ອງອາຫານແຊບທີ່ສຸດໃນໂລກ

(VOVWORLD) - ແກງສົ້ມປາຂອງ ຫວຽດນາມ ຢືນອັນດັບທີ 8, ແກງສົ້ມຫວານຢືນອັນດັບທີ 19 ແລະ ຈຸ່ມປ່າສ້ອຍຢືນອັນດັບທີ 53.
ແກງສົ້ມປາ ຫວຽດນາມ ລອດເຂົ້າ top ເຍື່ອງອາຫານແຊບທີ່ສຸດໃນໂລກ - ảnh 1ແກງສົ້ມປາຂອງ ຫວຽດນາມ ຢືນອັນດັບທີ 8
(ພາບ: TasteAtlas)

        ວັນທີ 15 ກໍລະກົດ, ເວັບໄຊແນະນຳການທ່ອງທ່ຽວອອນລາຍ Taste Atlas ໄດ້ປະກາດບັນຊີລາຍຊື່ອາຫານ 57 ເຍື່ອງແຊບທີ່ສຸດໃນໂລກທີ່ເຮັດຈາກປາ, ແກງສົ້ມປາຂອງ ຫວຽດນາມ ຢືນອັນດັບທີ 8, ແກງສົ້ມຫວານຢືນອັນດັບທີ 19 ແລະ ຈຸ່ມປ່າສ້ອຍຢືນອັນດັບທີ 53. ແກງສົ້ມປາແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາວ ຫວຽດນາມ, ມີລົດຊາດສົ້ມ, ເຜັດ, ຫວານ. ເຍື່ອງອາຫານນີ້ໄດ້ປະກອບມີ: ໝາກຂາມ, ໝາກນັດ, ໝາກເລັ່ນ, ຖົ່ວງອກ ແລະ ບັນດາຜັກຫອມ, ພ້ອມກັບປາໜັງ, ປາງູ (ປາຄໍ່ໂຫຼ້) ຫຼື ປາແຊວມອນ. ເຍື່ອງອາຫານນີ້ໄດ້ບັນລຸ 4,3 ດາວ/5 ດາວ.

        ແກ້ງສົ້ມຫວານ, ກໍ່ແມ່ນແກງແບບອື່ນຂອງແກງສົ້ມປາ, ເຊິ່ງແຂກທ່ອງທ່ຽວຕີລາຄາໄດ້ 3,8 ດາວ/5 ດາວ, ໄດ້ຮັບການແນະນຳແມ່ນ “ແກງທົ່ວໄປຂອງຊາວ ຫວຽດນາມ” ຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ຢືນອັນດັບທີ 53 ແມ່ນຈຸ່ມປ່າສ້ອຍ. ນີ້ແມ່ນເຍື່ອງອາຫານທີ່ມີຊື່ສຽງຂອງແຂວງ ດົ່ງທາບ.

ຕອບກັບ

ຂ່າວ/ບົດ​ອື່ນ