ແກ່ນໝາກມ່ວງຫິມະພານຫວຽດນາມກວມເອົາເຄິ່ງໜຶ່ງມູນຄ່າສົ່ງອອກທົ່ວໂລກ

ແກ່ນໝາກມ່ວງຫິມະພານຫວຽດນາມກວມເອົາເຄິ່ງໜຶ່ງມູນຄ່າສົ່ງອອກທົ່ວໂລກ - ảnh 1
(ພາບປະກອບ)

(vovworld) – ຕາມ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແລ້ວ, ຄາດ​ວ່າ, ວົງ​ເງິນສົ່ງ​ອອກ​​ແກ່​ນໝາກ​ມ່ວງ​ຫິມະ​ພານ​ຂອງ​ຫວຽດນາມ ປີ 2015 ບັນລຸ 2,2 ຕື້ USD ກວມ​ເກືອບ​ເຄິ່ງໜຶ່ງ​ມູນ​ຄ່າ​ການ​ຄ້າແກ່​ນໝາກ​ມ່ວງ​ຫິມະ​ພານທົ່ວ​ໂລກ. ​ໃນ 9 ​ເດືອນຕົ້ນ​ປີ 2015, ຖ້າ​ຫາກ​ບັນດາ​ຜະລິດ​ຕະພັນກະສິກຳ​ສົ່ງ​ອອກ​ຄື ຢາງພາລາ, ກາ​ເຟ, ​ເຂົ້າສານ ພວມ​ຫຼຸ​ດລົງ ນັບ​ທັງ​ທາງ​ດ​້ານລາຄາ ​​ແລະ ປະລິມານ, ​ແຕ່ແກ່​ນໝາກ​ມ່ວງ​ຫິມະ​ພານຍັງ​ສາມາດຮັກສາ​ໄດ້​ທ່າ​ເຕີບ​ໂຕ ຍ້ອນ​ລາຄາ​ສົ່ງ​ອອກ​ເພີ່ມ​ຂຶ້ນ ​ແລະ ຄວາມ​ຕ້ອງ​ການ​ສູງ. ​ໄລ່​ລວມ 9 ​ເດືອ​ນຕົ້ນປີ 2015, ວົງ​ເງິນ​ສົ່ງ​ອອກໝາກ​ມ່ວງ​ຫິມະ​ພານຄາດ​ວ່າ​ບັນລຸ 1,7 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 21% ​ເມື່ອ​ທຽບ​ໄສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014. ອາ​ເມ​ລິ​ກາ, ​ໂຮ​ນລັງ ​ແລະ ຈີນ ສຶບຕໍ່​ແມ່ນ 3 ຕະ​ຫຼາດ​ນຳ​ເຂົ້າໝາກ​ມ່ວງ​ຫິມະ​ພານຫຼາ​ຍກວ່າ​ໝູ່​ຂອງ​ຫວຽດນາມ. ຄາດ​ຄະ​ເນ​ວ່າ, ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ຕະຫຼາດໝາກ​ມ່ວງ​ຫິມະ​ພານ​ໂລກ​ຈະ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ ຍ້ອນ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ສູງ​ຈາກ​ບັນດາ​ຕະຫຼາດ ທະວີບອາ​ເມ​ລິ​ກາ, ​ເອິລົບ ​ແລະ ອາຊີ ຍ້ອນ​ມີ​ງານ​ບຸນ​ຄຼິດສມາດ ​ແລະ ບຸນປີ​ໃໝ່​ສາກົນ.

ຂ່າວ/ບົດ​ອື່ນ