ແກ້​ລະ​ຫັດ​ຂອງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ

(VOVWORLD) -ປະສົບການຂອງ ຫວຽດນາມກ່ຽວກັບບັນດາມາດຕະການຮັບມື ແລະ ກະກຽມຕ້ານໂລກລະບາດໂຄວິດ - 19 ໄດ້ຊ່ວຍໃຫ້ປະຊາຊົນມມີຄວາມພ້ອມກ່ວາໃນດ້ານແນວຄິດຈິດໃຈ ໃນການປະຕິບັດຕາມບັນດາມາດຕະການການແພດສາທາລະນະຂອງລັດຖະບານ.
ແກ້​ລະ​ຫັດ​ຂອງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ  - 19 ຢູ່ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ເວັບໄຊ Our World In Data, ເຊິ່ງເປັນເວັບໄຊທີ່ມີການໄຈ້ແຍກຂໍ້ມູນຕົວເລກ ຫາກໍ່ໄດ້ລົງບົດຂຽນທີ່ຖືວ່າ ປະສິດທິຜົນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແມ່ນຍ້ອນມີບາງປັດໄຈຄື ການພັດທະນາຂອງລະບົບການແພດສາທາລະນະຂອງລັດ, ຄວາມຕັດສິນໃຈຂອງອຳນາດການປົກຄອງຂັ້ນສູນກາງ ແລະ ຄວາມເປັນເຈົ້າການຢ່າງຮອບດ້ານໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ຕາມຜູ້ຂຽນແລ້ວ, ປະສົບການຂອງ ຫວຽດນາມກ່ຽວກັບບັນດາມາດຕະການຮັບມື ແລະ ກະກຽມຕ້ານໂລກລະບາດໂຄວິດ - 19 ໄດ້ຊ່ວຍໃຫ້ປະຊາຊົນມມີຄວາມພ້ອມກ່ວາໃນດ້ານແນວຄິດຈິດໃຈ ໃນການປະຕິບັດຕາມບັນດາມາດຕະການການແພດສາທາລະນະຂອງລັດຖະບານ. ພາຍຫຼັງ, ໄດ້ພົບເຫັນການລະບາດໃນຊຸມຊົນ, ອຳນາດການປົກຄອງໄດ້ມີປະຕິກິລິຍາໂດຍໄວ ດ້ວຍການຊອກຫາຜູ້ຕິດເຊື້ອ, ປິດການເຂົ້າອອກທ້ອງຖິ່ນ ແລະ ວິໄຈຫາເຊື້ອໃນວົງກ້ວາງ.

ຜູ້ຂຽນໄດ້ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ໄດ້ໂຄສະນາຢ່າງຈະແຈ້ງ ແລະ ແຮງກ່ຽວກັບຄວາມສ່ຽງຂອງໂລກລະບາດໂຄວິດ - 19 ນັບທັງກ່ອນເວລາທີ່ຈະມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຄົນທຳອິດ. ບົດຂຽນໄດ້ຢັ້ງຢືນວ່າ: ບໍ່ມີປະເທດໃດທີ່ມີຂອບຂະໜາດຄື ຫວຽດນາມ ບັນລຸໄດ້ຜົນສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຄືແນວນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ