ແກ້ໄຂ “ບັດເຫຼືອງ” IUU: EC ມີຄວາມປະທັບໃຈຕໍ່ໝາກຜົນທີ່ ຫວຽດ​ນາມ ບັນລຸໄດ້

(VOVWORLD) -  ທີ່ກອງປະຊຸມຕີລາຄາໝາກຜົນແຫ່ງການກວດກາໃນຕອນບ່າຍວັນທີ 15 ພະຈິກ, ຄະນະກວດກາ ເອີຣົບ ກໍ່ສະເໜີໃຫ້ ຫວຽດນາມ ມີຄວາມຂ້ຽວຂາດກ່ວາໃນການຕິດຕັ້ງອຸປະກອນຕິດຕາມການໄປຫາປາ, ພິເສດແມ່ນບັນດາກ່ຳປັ່ນໃຫຍ່.

ທ່ານນາງ Voronika Veits, ຜູ້ອຳນວຍການອົງການຄຸ້ມຄອງມະຫາສະໝຸດສາກົນ ແລະ ອາຊີບຫາປາແບບຍືນຍົງ, ຜູ້ຕາງໜ້າຄະນະກວດກາຂອງຄະນະກຳມະການ ເອີຣົບ (EC) ໃຫ້ຂໍ້ສັງເກດວ່າ: ໃນການເຮັດວຽກເປັນເວລາ 10 ວັນທີ່ຜ່ານມາຢູ່ ຫວຽດນາມ, ໃນນາມສ່ວນຕົວ ແລະ ບັນດາສະມາຊິກໃນຄະນະລ້ວນແຕ່ມີຄວາມປະທັບໃຈຕໍ່ບັນດາໝາກຜົນ ເຊິ່ງ ຫວຽດນາມ ບັນລຸໄດ້ ໃນການປະຕິບັດບັນດາຂໍ້ສະເໜີແນະຂອງ EC.

ແກ້ໄຂ “ບັດເຫຼືອງ” IUU: EC ມີຄວາມປະທັບໃຈຕໍ່ໝາກຜົນທີ່ ຫວຽດ​ນາມ ບັນລຸໄດ້ - ảnh 1 ແກ້ໄຂ “ບັດເຫຼືອງ” IUU: EC ມີຄວາມປະທັບໃຈຕໍ່ໝາກຜົນທີ່ບັນລຸໄດ້ຂອງ ຫວຽດນາມ (ພາບ: TTXVN)

        ທ່ານນາງ Voronika Veits ຢືນຢັນວ່າ: ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ໄດ້ຮັບຮູ້ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງ. ທັງມີການເຂົ້າຮ່ວມຂອງລະບົບການເມືອງ ແນໃສ່ຕັດສິນໃຈຢ່າງແຮງໃນການຕ້ານການຂຸດຄົ້ນຜິດກົດໝາຍ.

        ທີ່ກອງປະຊຸມຕີລາຄາໝາກຜົນແຫ່ງການກວດກາໃນຕອນບ່າຍວັນທີ 15 ພະຈິກ, ຄະນະກວດກາ ເອີຣົບ ກໍ່ສະເໜີໃຫ້ ຫວຽດນາມ ມີຄວາມຂ້ຽວຂາດກ່ວາໃນການຕິດຕັ້ງອຸປະກອນຕິດຕາມການໄປຫາປາ, ພິເສດແມ່ນບັນດາກ່ຳປັ່ນໃຫຍ່, ພ້ອມທັງມີກົດບັງຄັບຢ່າງເຂັ້ມງວດ ຕໍ່ການຕັ້ງໃຈລະເມີດບັນດາຂໍ້ກຳນົດກ່ຽວກັບການນຳໃຊ້ອຸປະກອນຈັບຈຸດທີ່ຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ