ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ

(VOVWORLD) -ບັນດາກະຊວງຮີບເຮັ່ງລວບລວມສະພາບການຜະລິດອຸດສາຫະກຳ, ກະສິກຳ, ການເຄື່ອນໄຫວດ້ານການຄ້າ, ຈຳໜ່າຍຜະລິດຕະພັນກະເສດໃນທົ່ວປະເທດ
ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ - ảnh 1ບັນດາທ້ອງຖິ່ນຕ້ອງລາຍງານກ່ຽວກັບການຈຳໜ່າຍຜະລິດຕະພັນກະເສດຢູ່ທ້ອງຖິ່ນ
(ພາບປະກອບ: TTXVN)

ຫ້ອງວ່າການລັດຖະບານ ຫາກໍ່ສົ່ງເອກະສານທາງການເຖິງ ກະຊວງອຸດສາຫະກຳການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັນສູນກາງ ໃນນັ້ນຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕ້ອງລາຍງານກ່ຽວກັບສະພາບການຜະລິດອຸດສາຫະກຳ, ກະສິກຳ, ການເຄື່ອນໄຫວດ້ານການຄ້າ, ການຈຳໜ່າຍຜະລິດຕະພັນກະເສດຢູ່ທ້ອງຖິ່ນ; ບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຍັງຄົງຄ້າງໃນປະຈຸບັນ ແລະ ສະເໜີບັນດາມາດຕະການແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາການຜະລິດ ແລະ ການເຄື່ອນໄຫວການຄ້າຢູ່ທ້ອງຖິ່ນ. ບັນດາກະຊວງຮີບເຮັ່ງລວບລວມສະພາບການຜະລິດອຸດສາຫະກຳ, ກະສິກຳ, ການເຄື່ອນໄຫວດ້ານການຄ້າ, ຈຳໜ່າຍຜະລິດຕະພັນກະເສດໃນທົ່ວປະເທດ; ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ເມື່ອທຽບໃສ່ເປົ້າໝາຍ, ແຜນການທີ່ໄດ້ວາງອອກ; ບັນດາຄວາມຫຍຸ້ງຍາກ, ສິ່ງຕິດຄັດໃນປະຈຸບັນ ແລະ ສະເໜີບັນດາມາດຕະການແກ້ໄຂ, ຟື້ນຟູ, ຊຸກຍູ້ການຜະລິດ ແລະ ການເຄື່ອນໄຫວດ້ານການຄ້າໃນໄລຍະຈະມາເຖິງ, ພິເສດແມ່ນສຳລັບບັນດາທ້ອງຖິ່ນທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ຄືຢູ່ແຂວງ ບັກຢາງ ແລະ ບັກນິງ… ລາຍງານຕໍ່ທ່ານນາຍົກລັດຖະມົນຕີກ່ອນວັນທີ 02 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ