ແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳຢູ່ບັນດາແຂວງທາງພາກໃຕ້

(VOVWORLD) -ກອງປະຊຸມທາງອອນລາຍ ປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳພາຍຫຼັງປະຕິບັດການແຍກຫ່າງສັງຄົມ
ແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳຢູ່ບັນດາແຂວງທາງພາກໃຕ້ - ảnh 1(ກອງປະຊຸມທາງອອນລາຍ)

ໃຫ້ບຸລິມະສິດການສັກວັກຊິນກັນໂຄວິດ-19, ຫຼຸດຜ່ອນຄ່າວິໄຈໃຫ້ແກ່ຜູ້ອອກແຮງງານໄດ້ເຮັດວຽກ “3 ກັບທີ”; ສົ່ງເສີມຊາວກະສິກອນກັບຄືນສູ່ການຜະລິດ ແລະ ໜູນຊ່ວຍຜູ້ອອກແຮງງານ ກັບຄືນສູ່ເຮັດວຽກຢູ່ບັນດາເຂດຜະລິດ, ໂຮງງານ, ຮາກຖານປຸງແຕ່ງ; ເພີ່ມທະວີການເຊື່ອມຕໍ່ຕະຫຼາດ ເພື່ອຫຼີກລ້ຽງບໍ່ໃຫ້ລະບົບຜະລິດຖືກຂາດວັກຂາດຕອນ ແມ່ນເນື້ອໃນເຊິ່ງບັນດາຜູ້ແທນຍົກອອກມາທີ່ກອງປະຊຸມທາງອອນລາຍ ດຳເນີນໃນຕອນເຊົ້າວັນທີ 17 ກັນຍາ, ປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳພາຍຫຼັງປະຕິບັດການແຍກຫ່າງສັງຄົມ ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ຢູ່ບັນດາແຂວງ, ນະຄອນເຂດພາກໃຕ້. ກອງປະຊຸມໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຂຶ້ນ.

        ທ່ານ ຫງວຽນແທັງບິ່ງ, ປະທານສະຫະສະມາຄົມຜັກໝາກໄມ້ ຫວຽດນາມ, ສະເໜີວ່າ:

        “ຕ້ອງຍົກອອກບັນດານະໂຍບາຍ ເພື່ອດຶງດູດຜູ້ອອກແຮງງານໃຫ້ແກ່ບັນດາເຂດຜະລິດວັດຖຸດິບ, ກຸ່ມອຸດສາຫະກຳ, ເຂດຜະລິດໂດຍໄວ ເພື່ອດຶງດູດຜູ້ອອກແຮງງານກັບຄືນສູ່ເຮັດວຽກ ເພື່ອຟື້ນຟູການຜະລິດ ດຳເນີນທຸລະກິດໃນສະພາບການໃໝ່. ນີ້ແມ່ນປັດໃຈສຳຄັນແຖວໜ້າໃນການຮັບປະກັນໃຫ້ລະບົບສະໜອງ ບໍ່ຖືກຂາດວັກຂາດຕອນ”.

ຕອບກັບ

ຂ່າວ/ບົດ​ອື່ນ