ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ໃຫ້​ແກ່​ວິ​ສາ​ຫ​ະ​ກິດ, ຮຽກ​ຮ້ອງ​ການ​ລົງ​ທຶນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) -ໃນໂອກາດນີ້, ການນຳນະຄອນໃຫ້ຮູ້ວ່າ ຈະຍູ້ແຮງການປະຕິຮູບລະບຽບການບໍລິຫານ ແລະ ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກຕ່າງໆ ເພື່ອ ໃຫ້ວິສາຫະກິດສ້າງໂຄງປະກອບການຜະລິດຄືນໃໝ່.



ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ໃຫ້​ແກ່​ວິ​ສາ​ຫ​ະ​ກິດ, ຮຽກ​ຮ້ອງ​ການ​ລົງ​ທຶນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 1ລາຍການ “ດັກນົງ ຄາດຫວັງ” (ພາບ: baodaknong.org.vn)

        ວັນທີ 13 ຕຸລາເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ, ແຂວງດັກນົງ ໄດ້ຈັດຕັ້ງ ລາຍການ “ດັກນົງ ຄາດຫວັງ” ເພື່ອຍ້ອງຍໍຊົມເຊີຍຖັນແຖວນັກທຸລະກິດ, ວິສາຫະກິດ ແລະ ສົ່ງເສີມການຮຽກຮ້ອງການມາລົງທຶນພັດທະນາແບບຍືນຍົງຢູ່ທ້ອງຖິ່ນ. ນີ້ແມ່ນໂອກາດເພື່ອໃຫ້ ແຂວງ ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ຜະລິດຕະພັນຫຼັກແຫຼ່ງຂອງທ້ອງຖິ່ນ, ຮຽກຮ້ອງສົ່ງເສີມການລົງທຶນ, ພ້ອມທັງຮັບຟັງຄຳເຫັນກໍ່ຄືການແບ່ງປັນ, ການປະກອບແນວຄວາມຄິດຂອງປະຊາຄົມວິສາຫະກິດ, ນັກລົງທຶນ. ເມື່ອໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກທີ່ສຸດ ໃຫ້ວິສາຫະກິດທີ່ມາລົງທຶນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ດັກນົງ ໂຮ່ວັນເມື່ອຍ ໄດ້ເນັ້ນໜັກເຖິງ 6 ເນື້ອໃນຈຸດສຸມ ເຊິ່ງທາງແຂວງຈະຜັນຂະຫຍາຍຢ່າງຂ້ຽວຂາດໃນໄລຍະຈະມາເຖິງ, ພິເສດແມ່ນໃນການປະຕິຮູບລະບຽບການບໍລິຫານ.

ໃນໂອກາດນີ້, ການນຳນະຄອນໃຫ້ຮູ້ວ່າ ຈະຍູ້ແຮງການປະຕິຮູບລະບຽບການບໍລິຫານ ແລະ ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກຕ່າງໆ ເພື່ອ ໃຫ້ວິສາຫະກິດສ້າງໂຄງປະກອບການຜະລິດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ