ແກ້ໄຂຄວາມຫຍຸ້ງຍາກໃນສະພາບການໂລກລະບາດໂຄວິດ-19: ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ

(VOVWORLD) - ໃນຫລາຍເດືອນຜ່ານມາ, ຢູ່ບັນດາສູນການຄ້າ, ຮ້ານສັບພະສິນຄ້າໃນບໍລິເວນນະຄອນ ຮ່າໂນ້ຍ ລ້ວນແຕ່ເປັນເອົາບ່ອນວາງສະແດງສິນຄ້າ ຫຼື ຕິດປ້າຍໂຄສະນາ ເພື່ອດຶງດູດຄວາມສົນໃຈຂອງປະຊາຊົນມາຊື້ສິນຄ້າ. 
ແກ້ໄຂຄວາມຫຍຸ້ງຍາກໃນສະພາບການໂລກລະບາດໂຄວິດ-19: ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ - ảnh 1 (ພາບປະກອບ)

ຕາມການຕີລາຄາຂອງຜູ້ໃຊ້ສອຍແລ້ວ, ສິນຄ້າ ຫວຽດນາມ ຮັບປະກັນຕົ້ນກຳເນີດ, ຂາຍຖືກຕາມລາຄາທີ່ໄດ້ກຳນົດໄວ້…ນີ້ແມ່ນບັນດາບຸລິມະສິດໄດ້ ແລະ ພວມປະກອບສ່ວນນຳສິນຄ້າ ຫວຽດນາມ ມາໃກ້ກັບຜູ້ໃຊ້ສອຍກ່ວາ.

        ໃນ 6 ເດືອນຕົ້ນປີ 2020, ລາຍຮັບຂາຍຍ່ອຍສິນຄ້າກວມເອົາ 80,3% ຍອດຈຳນວນລະດັບ ແລະ ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ທ່ານນາງ ຫວູທິເຮົ້າ, ປະທານສະຫະສະມາຄົມບັນດານັກຂາຍຍ່ອຍ ຫວຽດນາມ ໃຫ້ຮູ້ວ່າ:

        “ບັນດາລະບົບຂາຍຍ່ອຍພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຍູ້ແຮງການຂາຍສິນຄ້າ ແລະ ຮັບໃຊ້ຜູ້ໃຊ້ສອຍ ແລະ ມີຄວາມເອົາໃຈໃສ່ທີ່ສຸດເຖິງບັນດາຜະລິດຕະພັນຂອງ ຫວຽດນາມ. ບັນດາລະບົບຂາຍຍ່ອຍກໍ່ພວມສົບທົບກັບບັນດານັກຜະລິດ ເພື່ອນຳຜະລິດຕະພັນນັ້ນ ມາໃຫ້ຜູ້ໃຊ້ສອຍ, ຮັບປະກັນຄຸນນະພາບ ແລະ ລາຄາເປັນຢ່າງດີທີ່ສຸດ.

       ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ: ໃນສະພາບການຫຍຸ້ງຍາກຄືປະຈຸບັນ, ບັນດາວິສາຫະກິດຄວນຂຸດຄົ້ນຕະຫລາດພາຍໃນປະເທດໃຫ້ເປັນຢ່າງດີ ແລະ ກໍ່ແມ່ນໂອກາດເພື່ອຢັ້ງຢືນທີ່ຕັ້ງ, ຄຸນນະພາບສິນຄ້າ, ລາຄາແກ່ງແຍ້ງ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ໃຊ້ສອຍພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ