ແກ້ໄຂທຸກຮົ້ວກີດຂວາງ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ

(VOVWORLD) - ບັນດາກະຊວງ, ຂະແໜງການຄວນກວດກາຄືນສະພາບການຜະລິດຂອງຫົວໜ່ວຍໃຫ້ລະອຽດ, ຈາກນັ້ນ ວາງອອກບັນດາຄາດໝາຍລະອຽດໃຫ້ແຕ່ລະຂະແໜງ, ແຕ່ລະຜະລິດຕະພັນ, ພ້ອມທັງມີບັນດາມາດຕະການເໝາະສົມ ເພື່ອແນໃສ່ບັນລຸຄາດໝາຍການເຕີບໂຕ 6,7% ທີ່ໄດ້ວາງອອກ
ແກ້ໄຂທຸກຮົ້ວກີດຂວາງ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ - ảnh 1 ທ່ານຮອງນາຍົກລັດຖະມົມຕີ ຈິ້ງດີງຢຸງ (ພາບ: ອິນເຕີແນັດ)

ວັນທີ 01 ມີຖຸນາ ຢູ່ຮ່າໂນ້ຍ ກ່າວຄຳເຫັນທີ່ການເຮັດວຽກກັບບາງກະຊວງ, ຂະແໜງການກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດດຳເນີນທຸລະກິດບັນດາຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ຂຸດຄົ້ນບໍ່ແຮ່, ເຄມີ ແລະ ອຸດສາຫະກຳສຳຮອງ ເພື່ອແນໃສ່ຊຸກຍູ້ການເຕີບໂຕ. ທ່ານຮອງນາຍົກລັດຖະມົມຕີ ຈິ້ງດີງຢຸງ ຮຽກຮ້ອງວ່າ ສືບຕໍ່ຄິດໄລ່ແຕ່ລະຜະລິດຕະພັນຕົ້ນຕໍໃນໂຄງປະກອບ GDP ໃຫ້ລະອຽດກ່າວ. ທ່ານຮອງນາຍົກລັດຖະມົມຕີ ຈິ້ງດີງຢຸງ ຮຽກຮ້ອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສຸມໃສ່ແກ້ໄຂບັນດາໂຄງການທີ່ຍັງຄົງຄ້າງໄວ້, ບັນດາໂຄງການທີ່ຕິດຄັດ ເພື່ອສືບຕໍ່ເຄື່ອນໄຫວຄືນໃໝ່ໂດຍໄວ, ນຳເຂົ້າການຂຸດຄົ້ນທຳການຜະລິດດຳເນີນທຸລະກິດ, ເສີມຂະຫຍາຍແຫຼ່ງກຳລັງແຮງ ເຂົ້າການຊຸກຍູ້ການເຕີບໂຕເສດຖະກິດໃຫ້ປີ 2017 ແລະ ຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ