ແກ້ໄຂບັນດາໂຄງການຍັງຄົງຄ້າງຢ່າງມີປະສິດທິຜົນ,ສ້າງກົງຈັກໃຫ້ກະທັດລັດຢ່າງຂ້ຽວຂາດ

ແກ້ໄຂບັນດາໂຄງການຍັງຄົງຄ້າງຢ່າງມີປະສິດທິຜົນ,ສ້າງກົງຈັກໃຫ້ກະທັດລັດຢ່າງຂ້ຽວຂາດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸ​ສາ​ຫະ​ກຳ ການ​ຄ້າ ເຈີ່ນ​ຕ໋ວນ​ແອງ
(ພາບ: ຢ​ວານ​ຕ໋ວນ/ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ວັນ​ທີ 3/11, ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ດຳ​ເນີນກອງ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ, ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ - ສັງ​ຄົມ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່. ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ໃນ​ຕອນ​ເຊົ້າ​ວັນ​ທີ 3/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ, ວິ​ທີ​ການ​ແກ້​ໄຂ​ບັນ​ດາ​ໂຄງ​ການ​ໃຫຍ່​ທີ່ມ​ີ​ໄພຮົ່ວ​ໄຫຼທຶນ​ຮອນ​ຂອງ​ລັດ, ວຽກ​ງາ​ນ​ພະ​ນັກ​ງານ.

        ເມື່ອ​ເຕື້ອງ​ເຖິງ​ສະ​ພາບ​ການ​ຂອງ​ບາງ​ໂຄງ​ການ​ໃຫຍ່​ທີ່​ພວມ​ເຄື່ອນ​ໄຫວດ້ວຍ​ປະ​ສິ​ດ​ທິ​ຜົນ​ຕ່ຳ, ​ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ລັດ​ຖະ​ບານກວ​ດ​ກາ ແລະ ປະ​ກາດ​ລະ​ອຽດ​ຈຳ​ນວນ​ໂຄງ​ການນີ້ ພ້ອມ​ທັງ​ມີ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ຫລີກ​ລ້ຽງການ​ຮົ່ວ​ໄຫຼ​ທຶນ​ຮອນ​ຂອງ​ລັດ. ເມື່ອ​ອະ​ພິ​ປາຍ​ກ່ຽວ​ກັບ​ເນື້ອ​ໃນ​ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸ​ສາ​ຫະ​ກຳ ການ​ຄ້າ ເຈີ່ນ​ຕ໋ວນ​ແອງ, ໃຫ້​ຮູ້​ວ່າ:

        “ບັນ​ດາ​ໂຄງ​ການນ​ີ້​ຖືກ​ດຳ​ເນີນ​ໃນ​ໄລ​ຍະ​ຍາວ​ເມື່ອ​ທຽບ​ໃສ່​ວິ​ວັດ​ການ​ລົງ​ທຶນ​ຂອງ​ໂຄງ​ການ​ໄດ້​ອະ​ນຸ​ມັດ​ຜ່ານ, ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ຍັງ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ ແລະ ມີ​ການ​ຊີ້​ນຳ​ຂອງ​ບັນ​ດາ​ອົງ​ການ​ເພື່ອ​ແກ້​ໄຂ. ກະ​ຊວງ​ອຸ​ດ​ສາ​ຫະ​ກຳ - ການ​ຄ້າ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໄດ້​ສັງ​ລວມ, ຕີ​ລາ​ຄາ​ຮອບ​ດ້ານ​ບັນ​ດາ​ໂຄງ​ການ​ຍັງ​ຄົງ​ຄ້າງ ແລະ ລາຍ​ງານ​ລະ​ອຽດ​ກ່ຽວ​ກັບ​ສະ​ພາບ​ການຕົວ​ຈິງ, ວິ​ວັດ​ການ​ບໍ​ລິ​ຫານ, ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ຂັ້ນ​ຄຸ້ມ​ຄອງ, ມາດ​ຕະ​ການ​ປະ​ຕິ​ບັດ​ຕາມຫຼັກ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ ແລະ ທຶນ​ຮອນ​ຂອງ​ລັດ, ເຮັດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທຸກໆ​ສ່ວນ​ບຸກ​ຄົນ ແລະ ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ເພື່ອ​ແກ້​ໄຂ.”
        ແລະ​ກໍ່​ໃນ​ວາລະ​ປະຊຸມ​ປຶກສາ​ຫາລື​ຕອນ​ເຊົ້າ​ວັນ​ທີ 03/11, ກ່ຽວຂ້ອງ​ເຖິງ​ປະສິດທິ​ຜົນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ກໍ່​ຄື​ປະສິດທິ​ຜົ​ນການ​ປະຕິບັດ​ບັນດາ​​ເປົ້າໝາຍ​ເສດຖະກິດ - ສັງຄົມ, ສສຊ ຫລາຍ​ທ່ານ​ສະ​ເໜີ​ ລັດຖະບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ພະນັກ​ງານ, ​ໃນ​ນັ້ນ​ມີການ​ສ້າງ​ກົງຈັກ​ກະທັດ​ລັດ ຫລຸດຜ່ອນ​ຈຳນວນ​ພະນັກງານ. ທ່ານ ​ເຢືອງວັນ​ທົ໋ງ ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຂວງ ອຽນ​ບ໋າ​ຍ ສະ​ເໜີ​​ວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ຄົ້ນ​ຄ້ວາກ​ວດກາ, ປັບປຸງ​ແບບ​ສັງ​ລວມທັງ​ໝົດ​ກົງຈັກ, ຮັກ​ບປະກັນ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ​ການຈັດແບ່ງ​ງານ​ສົມທົບ​ກັບ​ການຄວບ​ຄຸມ​ສິດ​ອຳນາດ. ​ໃນ​ແຕ່ລະປີ ລັດຖະບານ ​ແລະ ອົງການ​ອື່ນໆ​ຂອງ​ລັດ ຕ້ອງ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ເລື່ອງຊັບ​ຊ້ອນກົງຈັກ ​ແລະ ການ​ຫລຸດຜ່ອນ​ຈຳນວນ​ພະນັກງານ​ກົງຈັກ​ກະທັດ​ລັດ ກໍ່​ຄືຄ່າ​ໃຊ້​ຈ່າຍ​ບາງ​ຢ່າງ​ໄດ້​ຫລຸ​ດລົງ. ຕ້ອງກວດກາ​ວຽກ​ງານ​ຈັດ​ຕັ້ງ​ພະນັກງານ​ເປັນ​ປະຈຳ ​ໃນ​ນັ້ນ ມີ​ການ​ຊັບ​ຊ້ອນການຈັດ​ຕັ້ງກົງຈັກ”




ຂ່າວ/ບົດ​ອື່ນ