ແກ້ໄຂຜົນຮ້າຍຈາກພະຍຸ Wutip

ແກ້ໄຂຜົນຮ້າຍຈາກພະຍຸ Wutip  - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍນຳ​ໜ້າ ​ໄດ້​ລົງ​ກວດກາ​ສະພາບ​ຄວາມ​ເສຍ​ຫາຍ​ຍ້ອນ​ພາຍຸ ຢູ່​ເມືອງ​ໂບ້​ແຈກ ​ແຂວງ​ກວາງ​ບິນ

(Vovworld)-  ຕາມ​ການ​ສະຖິຕິ​ຈາກ​ສູນ​ກາງປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມເຂດພາກກາງ ແລະ ໄຕງວຽນ, ​ພະຍຸ Wutip (ພະຍຸ​ເລກທີ 10)​ໄດ້​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທາງ​ຊັບ​ສິນ ​ແລະ ຊີວິດ​ອິນ​ຊີ​ໃຫ້ເຂດພາກກາງ ແລະ ໄຕງວຽນ ອັນໄດ້​ເຮັດ​ໃຫ້ 3 ຄົ​ນ​ເສຍ​ຊີ​ວິດ ​ແລະ  31 ຄົນຖືກ​ບາດ​ເຈັບ. ​ ພະຍຸ Wutip ໄດ້​ເຮັດ​ໃຫ້​ເຮືອນ​ 5 ​ພັນ​ຫຼັງ​ຖືກ​ເປ​ເພ, ​ເສັ້ນທາງບົກ, ທາງ​ລົດ​ໄຟ​ເໜືອ-​ໃຕ້​ຖືກ​ເສາະ​ເຈື່ອນ​ຢູ່​ຫຼາຍ​ບ່ອນ, ສຳນັກງານ​ເຮັດ​ວຽກ​ ​ແລະ ​ໂຮງໝໍ​ຫຼາຍ​ແຫ່ງ​ຖືກ​ເພພັງ ​ແລະ ​ເນື້ອ​ທີ່​ດິນ​ປູກ​ຕົ້ນຢາງພາລາ​ກ່ວາ 7000 ​ແຮັກ​ຕາ​ຖືກ​ທຳລາຍ….

  ພະຍຸ Wutip ໄດ້​ເຮັດ​ໃຫ້​ເສົາ​ອັງ​ແຕນຂອງ​ສະຖານີ​ວິທະຍຸກະຈາຍສຽງ​ດົງ​ເຮີ​ຍ ຂຶ້ນ​ກັບ​ສູນ​ເຕັກນິກ​ກະຈາຍສຽງ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຢູ່ນະຄອນ​ດົ່ງ​ເຮືຍ ​ແຂວງ​ກວາງ​ບິງ ຖືກພັງ​ທະລາ​ຍ ​ແລະ ​ເຮັດ​ໃຫ້​ພະນັກງານ​ຂອງສະຖານີ​ວິທະຍຸກະຈາຍສຽງ​ດົງ​ເຮີ​ຍ 2 ຄົນ​ເສຍ​ຊີວິດ ​ແລະ ກຳມະກອນ​ຄົນ​ໜຶ່ງ​ຖືກ​ບາດ​ເຈັບ​ສາ​ຫັດ. ພາຍ​ລັງ​ເກີດ​ເຫດ, ການ​ນຳວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ແບ່ງປັນ ​ແລະ ລະດົມ​ກຳລັງ​ໃຈ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຢ່າງ​ທັນ​ການ ​ແລະ ຊີ້​ນຳ​ພະນັກງານ​ພາລະ​ກອນ ສະຖານີ​ວິທະຍຸກະຈາຍສຽງ​ດົງ​ເຮີ​ຍ ຈົ່ງ​ແກ້​ໄຂ​ຜົນ​ຮ້າຍ​ໂດຍ​ໄພ​ທຳ​ຊາດ​ກໍ່​ຂຶ້ນ​ຢ່າງ​ໄວວາ.

   ຕອນເຊົ້າວັນທີ 1/10, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ສົ່ງໂທລະເລກ ທາງການ ກ່ຽວກັບແກ້ໄຂຜົນຮ້າຍຢ່ອນຫຼັງຂອງພາຍຸ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີການນຳບັນດາ ແຂວງຕ້ອງຕິດຕາມການຜັນແປຂອງນ້ຳຖ້ວມເພື່ອ ຊີ້ນຳການຮັບມື, ສືບຕໍ່ ຜັນຂະຫຍາຍບັນດາມາດຕະການປ້ອງກັນ ແລະ ຕ້ານພາຍຸ, ຮັບປະກັນຄວາມ ປອດໄພໃຫ້ຊີວິດອີນຊີ ແລະ ຊັບສິນຂອງປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງສະເໜີກະຊວງຖະແຫຼງຂ່າວ ແລະ ສື່ສານຈົ່ງຊີ້ນຳ ແກ້ໄຂສະພາບຕິດຂັດທາງ ຄົມມະນາຄົມ, ຮັບປະກັນ ແກ່ການເຄື່ອນໄຫວຂອງ​ສາຍ​ທາງ​ລົດ​ໄຟ​ເໜືອ​ໃຕ້ ​ແລະ ທາງ​ຫຼວງ 1A , ​ເສັ້ນທາງ​ໂຮ່ຈິ​ມິນ. ກະຊວງ​ປ້ອງ​ກັນ​ປະ​ເທດ​ສືບ​ຕໍ່​ລະດົມ​ກຳລັງ​ເພື່ອ​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນກູ້​ໄພ​ກູ້​ຊີບ, ແກ້ໄຂຜົນຮ້າຍຢ່ອນຫຼັງຂອງພາຍຸ.

​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບັດ​ງານ​ລັດຖະບານ​ໂດຍ​ ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍນຳ​ໜ້າ ​ໄດ້​ລົງ​ກວດກາ​ສະພາບ​ຄວາມ​ເສຍ​ຫາຍ​ຍ້ອນ​ພາຍຸ ຢູ່​ເມືອງ​ໂບ້​ແຈກ ​ແຂວງ​ກວາງ​ບິນ. ຢູ່​ທີ່​ນີ້, ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ເນັ້ນ​ໜັກ​ວ່າ :

    “ ທາງ​ແຂວງ ​ແລະ ​ເມືອງ​ຄວນ​ເປັນ​ເຈົ້າ​ການ​ເອົາ​ແຫຼ່ງງົບປະມານ​ສຳຮອງ​ຂອງ​ລັດ​ເພື່ອ​ຊ່ວຍ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຕາມ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ, ນອກຈາກ​ນັ້ນ, ຂະ​ແໜງ​ກະ​ສີ​ກຳ​ຈົ່ງ​ສະ​ຖີຕິ​ຜົນ​ເສຍ​ຫາຍ​ຂອງ​ປະຊາຊົນ​ເພື່ອ​ເພື່ອ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ລະອຽດ. ​ໃນ​ສະ​ເພາະ​ໜ້າ, ພວກ​ເຮົາ​ປະຕິບັດ​ຕາມ​ນະ​ໂຍບາຍ​ຂອງລັດ​ສຳລັບ​ປະຊາຊົນ​ຜູ້​ຖືກ​ເສຍ​ຫາຍ​ດ້ານ​ຊັບ​ສິນ ​ແລະ ຊີວິດ​ອີນຊີ ”


ຂ່າວ/ບົດ​ອື່ນ