ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພ້ອມກັນກ້າວໄປສູ່ທາງໜ້າ

(VOVWORLD) -ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພ້ອມກັນກ້າວໄປສູ່ທາງໜ້າ. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາທາງອອນລາຍ ໂດຍສະຖາບັນສັນຕິພາບອາເມລິກາ ຈັດຕັ້ງໃນວັນທີ 03 ສິງຫາ.
ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພ້ອມກັນກ້າວໄປສູ່ທາງໜ້າ - ảnh 1(ກອງປະຊຸມສຳມະນາທາງອອນລາຍ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນຈາກຮ່າໂນ້ຍ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າອົງການຜູ້ປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະ ທາດເຄມີຫຼັງສົງຄາມຢູ່ຫວຽດນາມ, ຊີ້ແຈ້ງວ່າ  ຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະ ທາດເຄມີຫຼັງສົງຄາມຢູ່ຫວຽດນາມ ພວມນາບຂູ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ກໍ່ຜົນສະທ້ອນເຖິງເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານ ຮ່ວາງຊວນຈຽນ ປາດຖະໜາວ່າ ບັນດາອົງການທີ່ມີໜ້າທີ່ຂອງ ອາເມລິກາ ສືບຕໍ່ຮ່ວມມືກັບ ຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ທາດພິດສີສົ້ມ/ດີໂອຊິນຫຼັງສົງຄາມ. ໃນຕໍ່ໜ້າ, ຄວນສືບຕໍ່ຮັບປະກັນແຫຼ່ງກຳລັງເພື່ອຍູ້ໄວຄວາມຄືບໜ້າການແກ້ໄຂທົ່ວເຂດສະໜາມບິນ ບຽນຮ່ວາ; ສືບຕໍ່ເປີດກວ້າງ, ມີຮູບແບບທີ່ເໝາະສົມເພື່ອເບິ່ງແຍງດູແລດ້ານສາທາລະນະສຸກ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ; ເພີ່ມລະດັບການມ້າງທຳລາຍລະເບີດບໍ່ທັນແຕກຢູ່ຫວຽດນາມ.

ກ່າວຄຳເຫັນຢູ່ອາເມລິກາ, ທ່ານສະມາຊິກລັດຖະສະພາ Patrick Leahy, ປະທານຜູ້ປະຈຳການສະພາສູງ ອາເມລິກາ ໃຫ້ຮູ້ວ່າ, ໂຄງການ VMIA ເປັນການສະແດງໃຫ້ເຫັນຄວາມປາດຖະໜາຂອງຝ່າຍອາເມລິກາ ເພື່ອຕອບຄືນເຈດຕະນາດີຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ໃນການໜູນຊ່ວຍອາເມລິກາ ຊອກຫາ ທະຫານຫາຍສາບສູນເປັນເວລາກວ່າ 40 ປີຜ່ານມາ. ທ່ານ Patrick Leahy ໄດ້ຕີລາຄາສູງການຮ່ວມມືລະຫວ່າງ ບັນດາອົງການທີ່ມີໜ້າທີ່ຂອງ 2 ປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ