ແກ້​ໄຂ​​ສີ່ງ​ທີ່​ຄ້າງ​ຄາ​ຂອງວິ​ສາ​ຫະ​ກິດ

(VOVWORLD) -ຈົດໝາຍລັດຖະການ ມີບາງຂໍ້ກຳນົດກ່ຽວກັບບັນດາສູນພົວພັນແລກປ່ຽນການຄ້າເອເລັກໂຕນິກ ຕ້ອງແຈ້ງ ແລະ ເສຍພາສີອາກອນແທນໃຫ້ບັນດາສ່ວນບຸກຄົນທີ່ດຳເນີນທຸລະກິດໃນສູນ ກໍ່ຄືການສະໜອງຂໍ້ມູນໃຫ້ແກ່ອົງການຄຸ້ມຄອງສສຍສາອາການຫຼາຍກວ່າອີກ.
ແກ້​ໄຂ​​ສີ່ງ​ທີ່​ຄ້າງ​ຄາ​ຂອງວິ​ສາ​ຫະ​ກິດ - ảnh 1ພາບປະກອບ: ວາລະສານການເງິນ

ໂຄງການເຊື່ອມຕໍ່, ແລກປ່ຽນ ແລະ ແນະນຳບາງບັນຫາກ່ຽວກັບພາສີອາກອນໃນການຄ້າເອເລັກໂຕນິກຫວ່າງແລ້ວນີ້ ໄດ້ຊ່ວຍແກ້ໄຂສິ່ງຄ້າງຄາຂອງວິສາຫະກິດກ່ຽວກັບ  ຈົດໝາຍລັດຖະການ ເລກທີ 40 ຂອງກະຊວງການເງິນ. ຈົດໝາຍລັດຖະການເລກທີ 40 ຂອງກະຊວງການເງິນ ໄດ້ແນະນຳກ່ຽວກັບອາກອນມູນຄ່າເພີ່ມ, ອາກອນລາຍຮັບສ່ວນບຸກຄົນ ແລະ ການຄຸ້ມຄອງພາສີອາກອນສຳລັບຄອບຄົວດຳເນີນທຸລະກິດ, ສ່ວນບຸກຄົນ ດຳເນີນທຸລະກິດທີ່ໄດ້ຮັບການປະກາດໃຊ້ໃນວັນທີ 01 ມິຖຸນາ 2021. ຈົດໝາຍລັດຖະການ ມີບາງຂໍ້ກຳນົດກ່ຽວກັບບັນດາສູນພົວພັນແລກປ່ຽນການຄ້າເອເລັກໂຕນິກ ຕ້ອງແຈ້ງ ແລະ ເສຍພາສີອາກອນແທນໃຫ້ບັນດາສ່ວນບຸກຄົນທີ່ດຳເນີນທຸລະກິດໃນສູນ ກໍ່ຄືການສະໜອງຂໍ້ມູນໃຫ້ແກ່ອົງການຄຸ້ມຄອງສສຍສາອາການຫຼາຍກວ່າອີກ.

ພາຍຫຼັງຈົດໝາຍລັດຖະການໄດ້ຮັບການປະກາດໃຊ້ມາເປັນເວລາ 15 ວັນ, ກົມໃຫຍ່ພາສີໄດ້ສົມທົບກັບສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ (VECOM) ຈັດຕັ້ງກອງປະຊຸມຄັ້ງທຳອິດແລກປ່ຽນ ກ່ຽວກັບບັນດາຂໍ້ກຳນົດຂອງຈົດໝາຍລັດຖະການ ກໍ່ຄືຮັບຟັງການປະກອບຄຳເຫັນຂອງຜູ້ຕາງໜ້າບັນດາສູນພົວພັນແລກປ່ຽນການຄ້າເອເລັກໂຕນິກ ແລະ ບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບການຜັນຂະຫຍາຍການປະຕິບັດຈົດໝາຍລັດຖະການສະບັບນີ້.

ທີ່ກອງປະຊຸມ, ທ່ານ ຫງວຽນງອກຢຸງ - ຮອງປະທານ VECOM ໄດ້ເນັ້ນເຖິງຄວາມປາດຖະໜາຂອງ VECOM ແມ່ນຮັບປະມີຄວາມກົມກຽວທາງດ້ານຜົນປະໂຫຍດລະຫວ່າງບັນດາຝ່າຍ, ທັງປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ທັງສ້າງຜົນປະໂຫຍດໃຫ້ແກ່ບັນດາວິສາຫະກິດສະໜອງການບໍລິການສູນພົວພັນແລກປ່ຽນການຄ້າເອເລັກໂຕນິກ ແລະ ພິເສດແມ່ນຄວາມເປັນໄປໄດ້ຂອງບັນດາຂໍ້ກຳນົດກົດໝາຍສະບັບໃໝ່. ສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມການປະກອບຄຳເຫັນໃສ່ບັນດາຮ່າງເອກະສານ ກໍ່ຄືການສົມທົບກັບຄະນະຮຽບຮຽງຈັດຕັ້ງເກັບກຳຄຳເຫັນຈາກສະມາຊິກ ກໍ່ຄືບັນດາຝ່າຍທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ