ແກ້​ໄຂສິ່ງ​ທີ່​ຄ້າງ​ຄາ​ທາງ​ດ້ານ​ນິ​ຕິ​ກຳ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ

(VOVWORLD) -ວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທຳ ໄດ້ຈັດເວທີປາໄສດຳເນີນທຸລະກິດ ແລະ ກົດໝາຍ ປີ 2022 ດ້ວຍຫົວຂໍ້ “ຕີລາຄາ, ແກ້ໄຂສິ່ງຄ້າງຄາທາງດ້ານນິຕິກຳ: ໜູນຊ່ວຍວິສາຫະກິດຟື້ນຟູ ແລະ ພັດທະນາ”. 
ແກ້​ໄຂສິ່ງ​ທີ່​ຄ້າງ​ຄາ​ທາງ​ດ້ານ​ນິ​ຕິ​ກຳ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ - ảnh 1ເວທີປາໄສ (ພາບ: VOV)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ຂະແໜງຍຸຕິທຳ ຕ້ອງສ້າງສະພາບແວດລ້ອມລະບອບລະບຽບການ, ກອບນິຕິກຳ, ການສຳຜັດກັບບັນດາກິດຈະກຳ, ບໍລິການໜູນຊ່ວຍທາງດ້ານນິຕິກຳໃຫ້ແກ່ວິສາຫະກິດ; ສະເໜີຄົ້ນຄວ້າ, ສ້າງໃໝ່, ປັບປຸງ, ດັດປັບກົນໄກນະໂຍບາຍ, ຂໍ້ກຳນົດທີ່ພວມມີຢູ່ ໃຫ້ແທດເໝາະກັບສະພາບການໃໝ່. ບົນພື້ນຖານການຕີລາຄາຄວາມຕ້ອງການຂອງວິສາຫະກິດ, ສະເໜີບັນດາມາດຕະການໜູນຊ່ວຍຢ່າງຄົບຊຸດ, ແທດຈິງ ແລະ ມີຄວາມເປັນໄປໄດ້, ອາດສຸມໃສ່ບັນດາເນື້ອໃນຄື: ເພີ່ມທະວີຄວາມສາມາດສຳຜັດກັບບັນດາໂຄງການ, ການບໍລິການໜູນຊ່ວຍດ້ານນິຕິກຳ; ການປ້ອງກັນ, ຕ້ານ ແລະ ແກ້ໄຂຄວາມຄັດແຍ້ງດ້ານການຄ້າ, ການລົງທຶນ, ຫຼຸດຜ່ອນຄວາມສ່ຽງເມື່ອເຂົ້າຮ່ວມການເຊື່ອມໂຍງເຂົ້າກັບສາກົນ.

        ຜ່ານບັນດາຄຳເຫັນທີ່ປະກອບໃນເວທີປາໄສ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ມີຂໍ້ມູນເພີ່ມເຕີມ, ກຳແໜ້ນສະພາບການ, ຄວາມມຸ່ງມາດປາດຖະໜາ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງວິສາຫະກິດເພື່ອມີມາດຕະການແກ້ໄຂເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ