ແກ້ໄຂສະພາບມົນລະພິດ ດີໂອຊີນຢູ່ສະໜາມບິນ ບຽນຮ່ວາ, ແຂວງດົ່ງນາຍ

ແກ້ໄຂສະພາບມົນລະພິດ ດີໂອຊີນຢູ່ສະໜາມບິນ ບຽນຮ່ວາ, ແຂວງດົ່ງນາຍ - ảnh 1
ເຂດຖືກມົນລະຜິດ ດີໂອຊິນ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 10/3, ຢູ່ ຮ່າ​ໂນ້ຍ, ຫ້ອງ​ວ່າການ​ຄະນະ​ຊີ້ນຳ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ທາດ​ພິດ​ເຄມີ ​ໂດຍ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມຢູ່ ຫວຽດນາມ (​ເອີ້ນ​ຫຍໍ້​ວ່າ​ຄະນະ​ຊີ້​ນຳ 33) ສົມທົບ​ກັບ​ອົງການສປຊ ເພື່ອການ​ພັດທະນາຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ປະກາດ​ຂໍ້ມູນ​ຕີ​ລາຄາ​ເພີ່ມ​ເຕີມການ​ມົນ​ລະ​ພິດ ດີ​ໂອ​ຊິນ ຢູ່​ສະໜາມ​ບິນ ບຽນ​ຮ່ວາ, ​ແຂວງ ດົ່ງ​ນາຍ ​ແລະ ສະ​ເໜີ​​ແຜ​ນການ​ນຳ​ໃຊ້​ທີ່​ດິນ”. ບັນດາ​ການ​ຄົ້ນ​ຄ້ວາ​ຄັ້ງ​ຫຼ້າ​ສຸດ​​ໂດຍ ​ໂຄງການ “​ກຳຈັດ ​ດີ​ໂອ​ຊິນ ຢູ່​ບັນດາ​ສະຖານ​ທີ່ຖືກ​ມົນ​ລະ​ພິດ​ໜັກ​ຢູ່ ຫວຽດນາມ” ປະຕິບັດ​ໃນ​ປີ 2013. ທ່ານຮອງ​ສາດສະດາຈານ, ດຣ ​ເລ​ເຄ໋​ເຊີນ, ຫົວ​ໜ້າ​ຫ້ອງ​ວ່າ​ການ​ຄະນະ​ຊີ້​ນຳ 33, ຮອງ​ຫົວໜ້າ​ກົມ​ສິ່ງ​ແວດ​ລ້ອມ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ກ່ອນ​ອື່ນ​ໝົດ​ແມ່ນ​ສົມທົບ​ກັບ​ຝ່າຍ ອາ​ເມ​ລິ​ກາ ຕີ​ລາຄາ​ສິ່ງ​ແວດ​ລ້ອມ​ສັງ​ລວມຢູ່ ບຽນ​ຮ່ວາ. ຫຼັງ​ຈາກ​ນັ້ນ, 2 ລັດຖະບານຈະໄປສູ່ການ​ຕົກລົງ​ດຳ​ເນີນ​ໂຄງການ​ກຳຈັດ ດີ​ໂອ​ຊິນ ຢູ່​ສະໜາມ​ບິນ ບຽນ​ຮ່ວາ ໂດຍໄວ, ບໍ່ຄວນ​ປະ​ໄວ້ດົນ​ກ່ວາ​ອີກ. ທີ 2 ​ແມ່ນ​ບໍ່​ລ້ຽງ​ປຸກ​ສິນ​ໃນ​ນ້ຳ, ສັດ​ປີກ​ຢູ່​ບໍ​ລິ​ເວນ​ສະໜາມ​ບິນ​ຢ່າງ​ເດັດຂາດ. ຍ້ອນ​ໃນ​ດິນ​ຍັງ​ມີ​ລະດັບ ດີ​ໂອ​ຊິນ ສູງ​ກ່ວາລະ​ດັບ​ອະນຸດ​ຍາດ.”

 

ຂ່າວ/ບົດ​ອື່ນ