ແຂກຖືກເຊີນ, ນັກຊ່ຽວຊານ 500 ຄົນເຂົ້າຮ່ວມເວທີປາໄສສາກົນກ່ຽວກັບການຮັບປະກັນຄວາມປອດໄພຂໍ້ມູນຂ່າວສານຢູ່ ຫວຽດນາມ

(VOVWORLD) - ກອງປະຊຸມສຳມະນາສາກົນກ່ຽວກັບການຮັບປະກັນຄວາມປອດໄພວັນຂໍ້ມູນຂ່າວສານ ຫວຽດນາມ 2018 ໄດ້ໄຂຂຶ້ນໃນວັນທີ 30 ພະຈິກ ຢູ່ຮ່າໂນ້ຍ ຢ່າງເປັນທາງການ,
ແຂກຖືກເຊີນ, ນັກຊ່ຽວຊານ 500 ຄົນເຂົ້າຮ່ວມເວທີປາໄສສາກົນກ່ຽວກັບການຮັບປະກັນຄວາມປອດໄພຂໍ້ມູນຂ່າວສານຢູ່ ຫວຽດນາມ - ảnh 1 ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແທ່ັງຮຶງ (ພາບ: ອິນເຕີແນັດ)

ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ, ຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ວິສາຫະກິດ, ນັກຊ່ຽວຊານ ແລະ ກຸ່ມບໍລິສັດໃຫຍ່ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານແຖວໜ້າໂລກ 500 ຄົນ. ນີ້ແມ່ນເຫດການມີຂອບຂະໜາດໃຫຍ່, ພົ້ນເດັ່ນທີ່ສຸດໃນຂົງເຂດຮັບປະກັນຄວາມປອດໄພຂໍ້ມູນຂ່າວສານຂອງ ຫວຽດນາມ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແທ່ັງຮຶງ ເນັ້ນໜັກວ່າ: ຜ່ານ 11 ປີແຫ່ງການຈັດຕັ້ງ, ວັນຮັບປະກັນຄວາມປອດໄພຂໍ້ມູນຂ່າວສານ ຫວຽດນາມ ໄດ້ກາຍເປັນເຫດການປະຈຳປີສຳຄັນ, ເຊິ່ງແມ່ນເວທີປາໄສສາກົນໃຫຍ່ແນໃສ່ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ມາດຕະການແກ້ໄຂ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບການຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານ.

        ທີ່ກອງປະຊຸມຄົບຄະນະ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຮັບປະກັນຄວາມປອດໄພຂໍ້ມູນຂ່າວສານ ຫວຽດນາມ 2018 ແລະ ບັນດາດັດຊະນີຕີລາຄາຂອງສະຫະສະມາຄົມຄວາມປອດໄພຂໍ້ມູນຂ່າວສານ ຫວຽດນາມ ພ້ອມກັບການປະກອບຄຳເຫັນຂອງບັນດາກຸ່ມບໍລິສັດໃຫຍ່ພາຍໃນປະເທດ ແລະ ສາກົນຄື (Amazon, Google, Cisco, Huawei, Jiral, Viettel…)

ຕອບກັບ

ຂ່າວ/ບົດ​ອື່ນ