ແຂກທ່ອງທ່ຽວ ມາທ່ຽວຍາຈາງ ເພີ່ມຂຶ້ນກ່ວາ 4 ເທົ່າ ໃນໂອກາດ ບຸນປີໃໝ່ສາກົນ

(VOVWORLD) - ແຕ່ວັນທີ 30 ທັນວາ 2023 ຮອດວັນທີ 1 ມັງກອນ 2024, ໄລ່ສະເລ່ຍແຕ່ລະມື້ມີປະມານ 24 ຖ້ຽວບິນພາຍໃນປະເທດ ແລະ 28 ຖ້ຽວບິນສາກົນລົງຈອດຢູ່ສະໜາມບິນສາກົນ ກາມແຣງ.
ແຂກທ່ອງທ່ຽວ ມາທ່ຽວຍາຈາງ ເພີ່ມຂຶ້ນກ່ວາ 4 ເທົ່າ ໃນໂອກາດ ບຸນປີໃໝ່ສາກົນ - ảnh 1ພາບປະກອບ

ວັນທີ 1 ມັງກອນ, ພະແນກທ່ອງທ່ຽວແຂວງ ແຄ໋ງຮ່ວາ ໃຫ້ຮູ້ວ່າ: ໃນໄລຍະພັກປີໃໝ່ສາກົນ ແກ່ຍາວເປັນເວລາ 3 ວັນ, ມີແຂກທ່ອງທ່ຽວ ກ່ວາ 465.000 ເທື່ອຄົນມາທ່ຽວຢູ່ແຄ໋ງຮ່ວາ, ໃນນັ້ນມີແຂກທ່ອງທ່ຽວສາກົນກ່ວາ 35.500 ຄົນ (ເພີ່ມຂຶ້ນທົບ 4 ເທົ່າ). ໃນຂະນະນັ້ນ, ທ່າອາກາດສະຍານສາກົນ ກາມແຣງ ໃຫ້ຮູ້ວ່າ: ແຕ່ວັນທີ 30 ທັນວາ 2023 ຮອດວັນທີ 1 ມັງກອນ 2024, ໄລ່ສະເລ່ຍແຕ່ລະມື້ມີປະມານ 24 ຖ້ຽວບິນພາຍໃນປະເທດ ແລະ 28 ຖ້ຽວບິນສາກົນລົງຈອດຢູ່ສະໜາມບິນສາກົນ ກາມແຣງ. ໃນວັນທີ 31 ທັນວາ 2023, ກ່ຳປັ່ນທ່ອງທ່ຽວ Westerdam ໄດ້ເຂົ້າທຽບທ່າກ່ຳປັ່ນ ຍາຈາງ ຂົນສົ່ງຜູ້ໂດຍສານ 2.000 ຄົນມາຢ້ຽມຢາມແຂວງ. ນີ້ແມ່ນກ່ຳປັ່ນທ່ອງທ່ຽວລຳສຸດທ້າຍທີ່ເຂົ້າທຽບທ່າ ຍາຈາງ ໃນປີ 2023, ແລະ ກໍ່ເປັນການປິດທ້າຍປີທີ່ເຕັມໄປດ້ວຍຜົນສຳເລັດໃນຂົງເຂດຕ້ອນຮັບແຂກທ່ອງທ່ຽວດ້ວຍກ່ຳປັ່ນທະເລ. ປີ 2022, ການທ່ອງທ່ຽວ ຍາຈາງ, ແຂວງ ແຄ໋ງຮ່ວາ ໄດ້ຕ້ອນຮັບ ກ່ຳປັ່ນທ່ອງທ່ຽວທະເລ 25 ລຳດ້ວຍຈຳນວນແຂກທ່ອງທ່ຽວກ່ວາ 45.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ