ແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

(VOVWORLD) -ໃນເດືອນ ຕຸລາ 2022, ຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ເພີ່ມຂຶ້ນ 12,1% ເມື່ອທຽບໃສ່ເດືອນ ກັນຍາ.
ແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ - ảnh 1ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຈາກ ອິນເດຍ ກວ່າ 20.000 ເທື່ອຄົນ, ເພີ່ມຂຶ້ນ 38% ເມື່ອທຽບໃສ່ເດືອນ ກັນຍາ
(ພາບ: laodong.vn)

        ຕາມກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ)  ແລ້ວ: ໃນເດືອນ ຕຸລາ 2022, ຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ເພີ່ມຂຶ້ນ 12,1% ເມື່ອທຽບໃສ່ເດືອນ ກັນຍາ. ໃນ 10 ເດືອນຜ່ານມາ, ຈຳນວນແຂກທ່ອງທ່ຽວມາຈາກ ສ.ເກົາຫຼີ ແມ່ນຫຼາຍທີ່ສຸດ ດ້ວຍ 26,3%. ພິເສດ, ຕະຫຼາດ ອິນເດຍ ມີລະດັບເພີ່ມຂຶ້ນທີ່ໜ້າປະທັບໃຈ. ໃນເດືອນ ຕຸລາ 2022, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຈາກ ອິນເດຍ ກວ່າ 20.000 ເທື່ອຄົນ, ເພີ່ມຂຶ້ນ 38% ເມື່ອທຽບໃສ່ເດືອນ ກັນຍາ ແລະ ສູງກວ່າ 25,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ກ່ອນເກີດໂລກລະບາດໂຄວິດ-19. ແຕ່ເດືອນ ກໍລະກົດ 2022, ຈຳນວນແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ໃນແຕ່ລະເດືອນໄດ້ລື່ນຕົວເລກຂອງປີ 2019.

        ບັນດາສະຖານທີ່ຂອງ ຫວຽດນາມ ເຊິ່ງແຂກທ່ອງທ່ຽວ ອິນເດຍ ຊອກຫາຫຼາຍທີ່ສຸດແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຝູກວກ, ດ່ານັ້ງ, ກຸຍເຍິນ… ມີຫຼາຍສາຍການບິນໂດຍກົງລະຫວ່າງບັນດານະຄອນໃຫຍ່ຂອງ 2 ປະເທດໄດ້ເຊື່ອມຕໍ່ ແລະ ເປີດກວ້າງ ກໍແມ່ນເງື່ອນໄຂສະດວກເພື່ອໃຫ້ ອິນເດຍ ກາຍເປັນຕະຫຼາດນັກທ່ອງທ່ຽວມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງຂະແໜງທ່ອງທ່ຽວ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ