ແຂກທ່ອງທ່ຽວກວ່າ 2,6 ລ້ານເທື່ອຄົນມາຢ້ຽມຢາມຮ່າໂນ້ຍ ໃນໂອກາດ ບຸນປີໃໝ່ ປີມະເມຍ

ແຂກທ່ອງທ່ຽວກວ່າ 2,6 ລ້ານເທື່ອຄົນມາຢ້ຽມຢາມຮ່າໂນ້ຍ ໃນໂອກາດ ບຸນປີໃໝ່ ປີມະເມຍ - ảnh 1
(ວັນ​ມ໋ຽວ - ກວກຕືຢາມ)

(vovworld) - ຕາມຂໍ້​ມູນ​ຈາກ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ ​ແລ້ວ, ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເມຍ 2014, ​ແຕ່​ວັນ​ທີ 27/01 – 09/02. ຄາດ​ວ່າ​ມີຈຳນວນ​ແຂກ​ທ່ອງທ່ຽວ​ພາຍ​ໃນ​ປະ​ເທດຢ້ຽມຢາມ​ຮ່າ​ໂນ້ຍບັນລຸ 2,5 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 11% ​ແລະ ​ແຂກ​ທ່​ອງທ່ຽວ​ສາກົນກວ່າ 100.000 ​ເທື່ອຄົນ, ​ເພີ່ມ​ຂຶ້ນ 12% ​ເມື່ອ​ທຽບ​ໃສ່​ບຸນປີ​ໃໝ່ ປີ 2013. ບາງ​ສະຖານ​ທີ່​​ທ່ອງ​ທ່ຽວ​ວັດ​ທະ​ທຳ, ພິທີງານ​ບຸນ ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມຫຼາຍ​ກ່ວາ​ໝູ່ຄື ວັນ​ມ໋ຽວ - ກວກຕືຢາມ, ໜອງ ຮ່ວາກ໋ຽມ - ວັດ ງອກ​ເຊີນ, ວັດ​ເຮືອງ... ​ໃນ​ໂອກາດ​ນີ້,  ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຂອງ​ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ປະ​ດັບ​ປະດາ ​ເພື່ອສ້າງ​ບັນຍາກາດ​ຄຶກຄຶ້ນມ່ວນ​ຊື່ນ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ; ພ້ອມ​ທັງ​ມີຜູ້​ແນະນຳ, ຮັບປະກັນຄວາມ​ປອດ​ໄພ​ໃຫ້​ແຂກ​ມາ​ຢ້ຽມຢາມ. ບັນດາ​ສະຖານ​ທີ່ລະ​ຫຼີ້ນອື່ນ​ໆ​ຄື ​ໂຮງ​ລະຄອນ​ຕຸກ​ກະ​ຕາ​ທັງ​ລອງ, ບັນດາ​ສະ​ໂມ​ສອນ​ສິລະ​ປະ ຍັງ​ຈັດ​ຕັ້ງ​ການສະ​ແດງ, ​ອັນໄດ້​ດຶງ​ດູດ​ແຂກ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ