ແຂກທ່ອງທ່ຽວມາ ຫວຽດນາມ ເພີ່ມຂຶ້ນຫຼາຍ

(VOVWORLD) - ເດືອນຂອງປີ 2022, ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ບັນລຸ 2,95 ລ້ານເທື່ອຄົນ...
ໃນເດືອນ ພະຈິກ 2022, ແຂກທ່ອງທ່ຽວມາ ຫວຽດນາມ ບັນລຸໄດ້ເກືອບ 597.000 ເທື່ອຄົນ, ເພີ່ມຂຶ້ນ 23% ເມື່ອທຽບໃສ່ເດືອນ ຕຸລາ ແລະ ຫຼາຍທົບເກືອບ 40 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ວັນທີ 29 ພະຈິກ, ກົມໃຫຍ່ ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: 11 ເດືອນຂອງປີ 2022, ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ບັນລຸ 2,95 ລ້ານເທື່ອຄົນ, ຫຼາຍທົບເກືອບ 21 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງດັ່ງກ່າວແມ່ນຍ້ອນ ຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວ, ບັນດາສາຍການບິນສາກົນໄດ້ຟື້ນຟູການເຄື່ອນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ