ແຂກທ່ອງທ່ຽວສາກົນກ່ວາ1.000ຄົນມາຫວຽດນາມໃນມີທຳອິດຂອງປີ2015

ແຂກທ່ອງທ່ຽວສາກົນກ່ວາ1.000ຄົນມາຫວຽດນາມໃນມີທຳອິດຂອງປີ2015 - ảnh 1
ພາບ​ປະ​ກອບ

(vovworld) – ທ່ານ​ນາງ ວັນ​ທິ​ແບກ​ຕວຽດ, ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ: ພິ​ທີ​ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ທຳ​ອິດ​ມາ​ຢ້ຽມ​ຢາມ​ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ລາຍ​ການ​ສິ້ນ​ສຸດ​ບັນ​ດາການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ທ້າຍ​ປີ 2014 ແລະ ເປີດ​ສາກ​ໃຫ້​ບັນ​ດາ​ເຫດ​ການ​​ຂ່ຳນັບ​ຮັບ​ຕ້ອນ​ບັນ​ດາ​ວັນ​ບ​ຸນ​ໃຫຍ່​ໃນ​ປີ 2015. ຄາດ​ວ່າ, ປີ 2015 ຂະ​ແໜງ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈ​ີ​ມິນ ໄດ້​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ​ສາ​ກົນ​ປະ​ມານ 4,7 ລ້ານ​ເທື​່ອ​ຄົນ ແລະ ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 19 ລ້ານ​ເທື່ອ​ຄົນ.

        10 ໂມງ​ເຊົ້າ​ວັນ​ທີ 1/1, ນະ​ຄອນ ໂຫ້ຍ​ອານ (ແຂວງ ກວາງ​ນາມ) ໄດ້​ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວ ໂປ​ໂລຍ ທຳ​ອິດ​ໃນ​ປີ 2015. ບັນ​ດາ​ແຂກ​ທ່ອງ​ທ່ຽວ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ລະຫຼິ້ນພື້ນ​ເມືອງ​ຂອງ ໂຫ້ຍ​ອານ​. ທ່ານ ດິງ​ຮ່າຍ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ - ກິ​ລາ​ແຂວງ ກວາງ​ນາມ, ໃຫ້​ຮູ້​ວ່າ:

        “ປີ 2015, ພວກ​ຂ້າ​ພະ​ເຈົ້າ​​ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃຫ້​ໄດ້ 3,8 ລ້ານ​ເທື່ອ​ຄົນ. ນີ້​ແມ່​ນ​ຕົວ​ເລກ​ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ວາງ​ອອກ​ເພື່ອ​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ທ່ອງ​ທ່ຽວ ກວາງ​ນາມ ດ້ວຍ​ວິ​ທີ​ເປີດ​ກ້​ວາງ​ການ​ທ່ອງ​ທ່ຽວ. ນອກ​ຈາກ ໂຫ້ຍ​ອານ ແລະ ໝີ້​ເຊີນ​ແລ້ວ, ແຂ​ວງ ຍັງ​ສຸມ​ໃສ່​ຂຸດ​ຄົ້ນ​ການ​ທ່ອງ​ທ່ຽວ​ທະ​ເລ ແລະ ທ່ອງ​ທ່ຽວ​ຊົນ​ນະ​ບົດ, ທ່ອງ​ທ່ຽວ​ວົງ​ຄະ​ນະ​ຍາດ​ກ່​ວາ​ອີກ.”

       


ຂ່າວ/ບົດ​ອື່ນ