ແຂກທ່ອງທ່ຽວສາກົນມາຢ້ຽມຢາມຮ່າໂນ້ຍບັນລຸ4ລ້ານເທື່ອຄົນ

ແຂກທ່ອງທ່ຽວສາກົນມາຢ້ຽມຢາມຮ່າໂນ້ຍບັນລຸ4ລ້ານເທື່ອຄົນ - ảnh 1
(ພາບປະກອບ/TTXVN)

(vovworld) – ​ ນີ້​ແມ່ນ​ປີ​ທຳ​ອິດທີ່ ຮ່າ​ໂນ້ຍ ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ 4 ລ້ານ​ເທື່ອ​ຄົນ, ບັນລຸ​ລະດັບ​ເຕີບ​ໂຕປະ​ທັບ​ໃຈ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍທີ່​ສຸດ ​ເມື່ອ​ປີ 2016 ຮ່າ​ໂນ້ຍ ມີ​ການ​ລົງທຶນ​ຈຸດ​ສຸມ ພັດທະນາ​ການທ່ອງ​ທ່ຽວ, ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ບົນ​ພື້ນຖານ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ກ່ຽວ​ກັບ​ບັນດາ​ມູນ​ຄ່າ​ວັດທະນະທຳ, ປະຫວັດສາດ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ບສົດ​ງົດ​ງາມ​ຂອງ​ນະຄອນຫລວງ. ທາງນະຄອນ​ກໍ່ສົມທົບ​ກັບ​ບັນດາ​ສະຖານທູດ, ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ ສົ່ງ​ເສີມ​ການທ່ອງທ່ຽວ, ​ເຂົ້າ​ຮ່ວມ​ບັນດາ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ສາກົນ…​ພິ​ເສດ ​ແມ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ ຈະ​ໂຄສະນາ​ການທ່ອງທ່ຽວ ​ໃນ​ຊ່ອງ​ໂທລະພາບ CNN ​ແນະນຳ​ຮູບ​ພາບ​ການທ່ອງທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ບັນດາ​ປະ​ເທດ​ໃນ​ໂລກ.

 

 

ຂ່າວ/ບົດ​ອື່ນ