ແຂກທ່ອງທ່ຽວສາກົນເມື່ອມາຫວຽດນາມຕ້ອງປະຕິບັດຕາມລະບຽບກົດໝາຍຂອງຫວຽດ​ນາມ

(VOVWORLD) -ຫວຽດນາມຍິນດີຕ້ອນຮັບແຂກທ່ອງທ່ຽວຢູ່ທົ່ວທຸກແຫ່ງໃນໂລກທີ່ເຂົ້າມາຫວຽດນາມ. ເຖິງຢ່າງໃດກໍຕາມ, ແຂກທ່ອງທ່ຽວເມື່ອມາຫວຽດນາມຕ້ອງປະຕິບັດຕາມທຸກຂໍ້ກຳນົດກົດໝາຍຂອງຫວຽດນາມ.

 ແຂກທ່ອງທ່ຽວສາກົນເມື່ອມາຫວຽດນາມຕ້ອງປະຕິບັດຕາມລະບຽບກົດໝາຍຂອງຫວຽດ​ນາມ - ảnh 1ທ່ານຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມ ຫງວຽນວັນຕ໋ວນ 

(ພາບ: nguoitieudung.vn)

 ກ່ຽວຂ້ອງເຖິງເລື່ອງແຂກທ່ອງທ່ຽວຈີນຢູ່ແຂວງຍາຈາງ, ປະເທດຫວຽດນາມ ໄດ້ນຸ່ງເສື້ອທີ່ພິມແຜນທີ່ຈີນເປັນຮູບລີ້ນງົວ ເມື່ອມາແຈ້ງເຂົ້າເມືອງຫວຽດນາມ, ວັນທີ 15 ພຶດສະພາ, ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມ ຫງວຽນວັນຕ໋ວນ ໃຫ້ຮູ້ວ່າ: ຫວຽດນາມຍິນດີຕ້ອນຮັບແຂກທ່ອງທ່ຽວຢູ່ທົ່ວທຸກແຫ່ງໃນໂລກທີ່ເຂົ້າມາຫວຽດນາມ. ເຖິງຢ່າງໃດກໍຕາມ, ແຂກທ່ອງທ່ຽວເມື່ອມາຫວຽດນາມຕ້ອງປະຕິບັດຕາມທຸກຂໍ້ກຳນົດກົດໝາຍຂອງຫວຽດນາມ. ບັນດາທ້ອງຖິ່ນ ເມື່ອຮັບແຂກຕ່າງປະເທດ ຕ້ອງເຜີຍແຜ່ໃຫ້ແຂກທ່ອງທ່ຽວ, ບັນດາບໍລິສັດທ່ອງທ່ຽວປະຕິບັດບັນດາຂໍ້ກຳນົດໃຫ້ເປັນຢ່າງດີ. ຄຽງຄູ່ກັນນັ້ນ, ບັນດາທ້ອງຖິ່ນກໍຕ້ອງຊີ້ນຳບໍລິສັດທ່ອງທ່ຽວສາກົນທີ່ພາແຂກເຂົ້າມາຫວຽດນາມ, ບັນດາບໍລິສັດທ່ອງທ່ຽວຫວຽດນາມ ເມື່ອຕ້ອນຮັບແຂກສາກົນ, ໃນນັ້ນມີແຂກຈີນເຂົ້າມາຫວຽດນາມ ຕ້ອງປະຕິບັດຕາມຂໍ້ກຳນົດນີ້.  ທ່ານ ຫງວຽນວັນຕ໋ວນ ກໍໄດ້ຊີ້ແຈ້ງວ່າ: ການພົບເຫັນບັນດາການກະທຳທີ່ຍັງບໍ່ຖືກຕ້ອງຕາມຂໍ້ກຳນົດກົດໝາຍເຖິງວ່າຢູ່ຂັ້ນໃດ, ທ້ອງຖິ່ນໃດກໍຕາມ ຄວນເປັນເຈົ້າການແກ້ໄຂ, ຢຶດເອົາ ແລະ ທຳລາຍ. ເພາະບັນດາຮູບພາບຄືແຜນທີ່ເປັນຮູບລີ້ນງົວນັ້ນ ໄດ້ກໍ່ຜົນສະທ້ອນຫຼາຍເຖິງພາບພົດ, ອຳນາດອະທິປະໄຕຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ