ແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍໃນຊຸມມື້ຕົ້ນປີ

ແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍໃນຊຸມມື້ຕົ້ນປີ - ảnh 1

ແຂກທ່ອງທ່ຽວຢ້ຽມຢາມກຸ້ງເກົ່າ ເຫ້ວ

(vovworld) - ​ໃນ​ຊຸມ​ມື້​ຕົ້ນ​ປີ​ໃໝ່, ຈຳນວນ​ແຂກ​ທ່ອງ​ທ່ຽວ​​ໄປ​ຢ້ຽມຢາມ, ທ່ອງ​ຊົມ​ຢູ່​ເຂດ​ທ່ອງ​ທ່ຽວ​, ປູຊະນີຍະ​ສາ​ຖານ ​ແລະ ສວນ​ສາ​ທາລະ​ນະ​​ແຫ່ງ​ຕ່າງໆ ຢູ່​ບັນດາ​ແຂວງ, ນະ​ຄອນ​ພາກ​ກາງ​​ໄດ້ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມຄວນ. ຢູ່​ນະ​ຄອນ ​ໂຫ້​ຍອານ, ​ແຂວງ ກວາງ​ນາມ, ​ໄດ້​ດຳ​ເນີນ​ການ​​ເຄື່ອນ​​ໄຫວ​ຕ່າງໆ​ ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​​, ​ໃນ 3 ວັນ​ຂອງ​ບຸນ​ເຕັດ ​​ແຕ່​ລະ​ມື້​ຄຸ້ມ​ຖະໜົນ ​ໂຫ້​ຍອານ ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ປະມານ 4.000 ​ເທື່ອ​ຄົນ. ທ່ານ ຫວໍ​ຟູ່ງ, ຜູ້ອຳນວຍການ​ສູນວັດທະນະທຳ​ທ່ອງ​ທ່ຽວ​ນະຄອນ ​ໂຫ້​ຍອານ ​ໃຫ້​ຮູ້​ວ່າ:

“ອາກາດ​ປີ​ນີ້​ສະດວກ​ສະບາຍ​ໃຫ້​ແກ່​ກາ​ນ​ເຄື່ອນ​ໄຫວ​ຕ່າງໆ. ການ​ລະ​ຫຼີ້ນພື້ນ​ເມືອງ​ກໍ່ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ແຜນ​ນະ​ໂຍບາຍ​ຂອງ​ນະຄອນ​ແມ່ນ​ບໍ່​ຂາຍ​ປີ້​ທ່ອງ​ທ່ຽວ, ​ແຕ່​ພວກ​ເຮົາ​ສະ​​ເໜີ​ໃຫ້​ບັນ​ດາ​ປູຊະນີຍະ​ສາ​ຖານ​ເປີດ​ປະຕູ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ພິ​ເສດ​​ແມ່ນ​ບັນດາ​ປູ​ຊະນີ​ຍະສະ​ຖານ​ກ່ຽວ​ກັບ​ການ​ເຫຼື້ອ​​ມ​ໃສ, ​ວັດ​ຂົວ..​.​ ​ໃນ​ຊຸ​ມມື້​ຜ່ານ​ມາ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ໂຫ້ຍອານ ​ເປັນ​ຈຳນວນ​ຫຼວງ​ຫຼາຍ”

​ໃນ​ຂະ​ນະ​ນັ້ນ, ງານ​ບຸນ​ດອກ​ໄມ້​ລະດູບານ​ໃໝ່​ຢູ່​ນະຄອນ ດ່າ​ໜັງ ​ໄດ້​ດຶງ​ດູດ​ແຂກ​ຮັບ​ຊົມ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ລະ​ຫຼີ້ນພື້ນ​ເມືອງ​ກ່ວາ 80.000 ​ເທື່ອຄົນ.  ທ່ານ​ນາງ ​ເຈີ​ນທິ​ເຄືອງ​ວີ, ຮອງ​ຫົວໜ້າ​ຫ້ອງການ​ວັດທະນະທຳ ບໍລິສັດສວນສາທາລະນະ​ຕົ້ນ​ໄມ້​ຂຽວ ດ່າ​ໜັງ ​ໃຫ້​ຮູ້​ວ່າ:

“ງານ​ບຸນ​ແຂ່ງ​ຂັນນົກ​ຮ້ອງ ​ໄດ້​ດຶງ​ດູ​ດ​ແຂກ​ເຂົ້າ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ປີ​ນີ້, ຕຸກກະຕາ​ນ້ຳກໍ່​ດຶງ​ດູດ​​ແຂກ​​ເຂົ້າຮ່ວມ​​ເປັນ​ຈຳນວນ​ຫຼວງຫຼາຍ. ນ​ອກຈາກ​ນັ້ນ​ແລ້ວ, ງານ​ບຸນ​ດອ​ກ​ໄມ້​ລະດູບານ​ໃໝ່​ໄດ້​ມອບ​ເງິນ 70 ລ້ານ​ດົ່ງ ໃຫ້​ແກ່​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິ​ດສີ​ສົ້ມ/ ດີ​ໂອ​ຊິນ ນະຄອນ ດ່າ​ໜັງ ​​”

ຢູ່​ເທື່ອ​ທຽນ​ເຫ້ວ, ​ໃນ​ຊຸມ​ມື້​ຜ່ານ​ມາ, ມີ​ປະຊາຊົນ ​ແລະ ​ແຂກ​ທ່ອງທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ​້​ເລືອກ​ເຟັ້ນບັນດາ​ປູ​ສະ​ນີຍະສະ​ຖານ ​ເຫ້ວ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ໃນ​ຕົ້ນ​ປີ. ທ່ານ ຟານ​ແທງ​ຫາຍ, ຜູ້ອຳນວຍ​ການ​ສູນ​ປົກ​ປັກ​ຮັກສາ​ປູຊະນີຍະສະຖານ​ກຸ້ງ​ເກົ່າ​ເຫ້ວ ​ໃຫ້ຮູ້​ວ່າ:

“​ໃນ 3 ວັນ​ຂ​ອງບຸນ​ເຕັດ, ພວກ​ຂ້າພະ​ເຈົ້າ​ໄດ້​ເປ​ີດປະຕູ​ບັນດາ​ປູ​ຊະນີ​ຍະສະ​ຖານ ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ​ໃນ​ໂອກາດ​ນີ້, ​ໃນ​ແຕ່​ລະ​ມື້, ມີ​ແຂກ​ທ່​ອງທ່ຽວ​ມາຢ້ຽ​ມຢາມ​ບັນດາ​ເຂດ​ປູ​ຊະນີ​ຍະ​ສະຖານ 4.000 5.000 ​ເທ່ືອ​ຄົນ. ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ແຕ່​ວັນ​ທີ 1 ຫາ ວັນ​ທີ 8 ຂອງບຸນ​ເຕັດ”

ຂ່າວ/ບົດ​ອື່ນ