ແຂ໋ງຮ່ວາ ຊາວປະມົງ ອອກເຄື່ອນພົນ ເດີນທະເລໄປສູ່ໝູ່ເກາະ ເຈື່ອງຊາ

ແຂ໋ງຮ່ວາ ຊາວປະມົງ ອອກເຄື່ອນພົນ ເດີນທະເລໄປສູ່ໝູ່ເກາະ ເຈື່ອງຊາ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 15/02, ມີ​ເຮືອ​ຫາ​ປາເກືອບ 40 ລຳ ພ້ອມ​ກັບ​ຊາວ​ປະມົງ​ນັບ​ຮ້ອຍຄົນ​ຂອງ​​ແຂວງ ​ແຂ໋ງຮ່ວາ​ໄດ້​ຈັດ​ພິທີ່ອອກ​ເຄື່ອນ​ພົນ, ​ເດີນທະ​ເລ​ໄປ​ຍັງ ​ເຈື່ອງ​ຊາ ຂຸດ​ຄົ້ນສິນ​ທະ​ເລ, ດ້ວຍ​ຄວາມ​ຫວັງ​ປີ​ໜຶ່ງ​ທີ່​ມີ​ຄວາມ​ສະດວກ​ທຸກ​ຢ່າງ. ບັນດາ​ຊາວ​ປະມົງ​ນີ້ ​ໄດ້​ຮັບ​ບຸນ​ເຕັດ ບົນ​ທະ​ເລ, ຫາ​ກໍ​ກັບ​ເມື່ອ​ເຂດ​ດິນ​ຕໍ່​ແຜນ​ໃນ​ຊຸມ​ມື​ຕົ້ນ​ປີ​​ໃໝ່​ປີມະ​ເສງ. ພາຍຫຼັງ​​ເຂົ້າ​ຮ່ວມ​ການ​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ຄອບຄົວ, ບັນດາ​ເຈົ້າ​ຂອງ​ເຮືອ​ຫາ​ປາ ກະກ່ຽມນ້ຳມັນ, ອາຫານ​ການ​ກິນ... ​ເພື່ອ​ຮັບ​ໃຊ້​ແກ່​ການ​​ເດີນ​ທະ​ເລ​ທີ່​ແກ່ຍາວ​ເປັນ​ເວລາ​ເກືອບ 1 ​ເດືອນ. ທ່ານ ຫງວຽນ​ວັນ​ແຊງ, ​ເຈົ້າ​ຂອງ​ເຮືອ​ກາ​ປ່າ ຢູ່​ເມືອງ ຮ່ວາຍ​ເຢີນ, ​ແຂວງ ບິ່ງ​ດິງ ​ໃຫ້​ຮູ້​ວ່າ.

        “ປີ​ນີ້, ຫວັງວ່າ​ລັດ​ຈະ​ໜູນ​ຊ່ວຍ​ປະຊາຊົນຊາວປະມົງ​ຢ່າງ​ທັນ​ການ, ຖ້າ​ຫາກ​ລັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຫຼາຍ​ກວ່າ​ອີກກໍ​ຍິ່ງ​ດີ. ປະຈຸ​ບັນ​ບໍ່​ຄື​ໃນ​ເມື່ອ​ກອນ​ອີກ​ແລ້ວ, ນັບ​ມື້​ນັບ​​ເດີນທະ​ເລໄກຝັ່ງ​ກວ່າ. ມີ​ເຮືອ​ຫາ​ປາ​ບາງ​ລຳໄປ​ຫ່າງ​ຈາກ​ເຂດ​ດິນ​ຕໍ່​ແຜນ​ປະມານ 300 – 400 ​ໄມ້​ທະ​ເລ​ແລ້ວ”.

        ທ່ານ ​ໂດ້ຈູງ​ຮຽບ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ທ່າ​ກໍ່າ​ປັ່ນ​ປາ ຮ່ອນ​ເຣີ້ ​ແລະ ຕະຫຼາດ​ສິນ​ໃນ​ນ້ຳ ຕອນ​ໃຕ້​ພາກ​ກາງ, ນະຄອນ ຍາ​ຈາງ, ​ແຂ​ວງ ​ແຂ໋ງຮ່ວາ ຫວັງ​ວ່າ.      

        “ການ​ເດີນ​ທະ​ເລ​ໃນ​ຕົ້ນ​ປີ, ຄວາມ​ຫວັງ​ຂອງຄະນະ​ຄຸ້ມ​ຄອງ​ທ່າ​ກໍ່າ​ປັ່ນ​ກໍ​ຄື​ຂອງ​ພໍ່​ແມ່​ປະຊາຊົນ​ ​ແມ່ນ​ຈັບ​ຫາປາໄດ້ຫຼາຍ ​ແລະ ຂາຍ​ປາ​ໄດ້​ລາຄາ. ສະ​ເພາະ​ທ່າ​ກໍ່າ​ປັ່ນ​ກໍ​ກ່ຽມພ້ອມ​ການ​ຮັບ​ໃຊ້​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ອອກ​ສູ່​ທະ​ເລ​ຢ່າງ​ສະດວກ​ສະບາຍ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ