ແຂວງ Ninh Binh ສະຫລຸບ 1 ປີ ແຫ່ງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ

ແຂວງ Ninh Binh ສະຫລຸບ 1 ປີ ແຫ່ງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ - ảnh 1
ນະຄອນ Ninh Binh
ພາບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 29/8, ຄະ​ນະ​ພັກ​ແຂວງ Ninh Binh ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 1 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມີນ. ມາ​ຮອດ​ປະຈຸ​ບັນ, ມີ 93% ອົງການ​ພັກ​ຂັ້ນ​ຮາກ​ຖານ​ໃນ​ແຂວງ ​ໄດ້​ສ້າງ​ມາດຖານ​ຄຸນສົມບັດ​ຂອງ​ພະນັກ​ງານ, ສະມາຊິກ​ພັກ.  ບັນດາ​ຜູ້​ນຳ​ຫນ້າ​ໃນ​ຄະນະ​ພັກ, ຫົວຫນ້າ​ບັນດາ​ອົງການ, ຫົວຫນ່ວຍ​ຕ້ອງ​​ເປັນ​ແບບຢ່າງ, ນຳ​ຫນ້າ​ໃນ​ການ​ປະຕິບັດ, ​ເຊີດ​ຊູ​ການ​ຕຳ​ນິດ​ຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນ​ກາ​ນຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດປະທານ​ໂຮ່ຈິ​ມີນ.  ທ່ານ  Pham Xuan Chuan ປະທານ​ສະມາຄົມ​ຜູ້​ອາຍຸ​ສູງ ຕາ​ແສງ Dong Son ​ເທດສະບານ Tam Diep ​​ເປັນ​ແບບຢ່າງ​ໃນ​ການ​ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ຄົມມະນາຄົມ​ຢູ່​ຊົນນະບົດ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສ້າງ​ຂະ​ບວນການ​ຜູ້ອາຍຸ​ສູງ​​ເປັນ​ແບບຢ່າງ, ​ເຂົ້າຮ່ວມ​ບັນດາ​ຂະ​ບວນການ, ການ​ກໍ່ສ້າງ​ຊົນນະບົດ​ໃຫມ່. ຢູ່​ຕາ​ແສງ Tam Diep, ຜູ້​ອາຍຸ​ສູງ​ລ້ວນ​ແຕ່​ສະຫນັບສະຫນູນ​ເລື່ອງ​ກໍ່ສ້າງ​ຄົມມະນາຄົມ​ຢູ່​ຊົນນະບົດ​ແມ່ນ​ແບບຢ່າງ​ທີ່ດີ.”

 

ຂ່າວ/ບົດ​ອື່ນ