ແຂວງ Tochigi ຈະສືບຕໍ່ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ

(VOVWORLD) - ແຂວງ Tochigi ພວມມານະພະຍາຍາມສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ຊາວຜູ້ອອກແຮງງານ ຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ໃນແຂວງ. 
ແຂວງ Tochigi ຈະສືບຕໍ່ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ - ảnh 1 ທີ່ການຕ້ອນຮັບທ່ານ Fukuda Tomikazu ຜູ້ວ່າການແຂວງ Tochigi  (ພາບ: VGP)

ຕອນບ່າຍວັນທີ 17 ທັນວາ, ທີ່ການຕ້ອນຮັບທ່ານ Fukuda Tomikazu ຜູ້ວ່າການແຂວງ Tochigi (ຍີ່ປຸ່ນ), ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນທີ່ສຸດ ແລະ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ, ຖືນີ້ແມ່ນຊ່ອງທາງການຮ່ວມມືແທດຈິງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການຮ່ວມມືລົງທຶນ, ການຄ້າ, ແຮງງານ, ພົວພັນແລກປ່ຽນປະຊາຊົນ…ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ແຂວງ Tochigi ສືບຕໍ່ຊຸກຍູ້ການຮ່ວມມື, ສົ່ງເສີມບັນດາວິສາຫະກິດຂອງແຂວງ ເພີ່ມທະວີການລົງທຶນໃນບັນດາຂົງເຂດ ເຊິ່ງທາງແຂວງມີທ່າແຮງຄື: ກະສິກຳ, ສາທາລະນະສຸກ; ສະແດງໃຫ້ເຫັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດຂອງແຂວງເຂົ້າມາລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດ.

        ສ່ວນທ່ານ Fukuda Tomikazu ຢືນຢັນວ່າ: ແຂວງ Tochigi ພວມມານະພະຍາຍາມສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ຊາວຜູ້ອອກແຮງງານ ຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ໃນແຂວງ. ທາງແຂວງ ໄດ້ສ້າງຕັ້ງສູນໜູນຊ່ວຍຊາວຕ່າງປະເທດທີ່ອາໄສໃນບໍລິເວນ ແລະ ປາດຖະໜາວ່າ ຈະມີຊາວ ຫວຽດນາມ ຫລາຍຄົນໄດ້ຮັບການໃຫ້ຄຳປຶກສາຜ່ານສູນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ