ແຂວງ ກວ໋າງ​ນິງ ເຟື້ນ​ຟູ​ການເຄື່ອນ​ໄຫວ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ ຄືນ​ໃໝ່

(VOVWORLD) -  ພາຍຫຼັງເວລາກວ່າ 1 ເດືອນ ທີ່ບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ລາຍໃໝ່ໃນຊຸມຊົນ, ແຂວງ ກວ໋າງນິງ ອະນຸຍາດໃຫ້ບາງຂະແໜງການເຄື່ອນໄຫວຄືນໃໝ່. ບັນດາຫົວໜ່ວຍດຳເນີນທຸລະກິດ, ການບໍລິການ, ການທ່ອງທ່ຽວໃນບໍລິເວນແຂວງ ກວ໋າງນິງ ໄດ້ເປັນເຈົ້າການຍົກອອກບັນດາວິທີການເຄື່ອນໄຫວໃນສະພາບການປົກກະຕິໃໝ່.
ແຂວງ ກວ໋າງ​ນິງ ເຟື້ນ​ຟູ​ການເຄື່ອນ​ໄຫວ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ ຄືນ​ໃໝ່ - ảnh 1ຫໍພິພິທະພັນແຂວງກວ໋າງນິງ ເປີດການບໍລິການຕ້ອນຮັບລູກຄ້າຄືນໃໝ່ (ພາບ:baoquangninh.com.vn)

 ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງນິງ ໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍ ຄັດເລືອກເອົາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເພື່ອດຶງດູດແຂກທ່ອງທ່ຽວໃນລະດູຮ້ອນປີນີ້. ແຂວງ ກວ໋າງນິງ ກໍຮຽກຮ້ອງໃຫ້ບັນດາຮາກຖານດຳເນີນທຸລະກິດການທ່ອງທ່ຽວ, ເຂດລະຫຼີ້ນບັນເທິງ, ສະຖານທີ່ທ່ອງທ່ຽວ ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ດຳເນີນການກວດຫາເຊື້ອປະຈຳອາທິດໃຫ້ແກ່ບາງພາກສ່ວນພະນັກງານ. ຮ້ານອາຫານ, ໂຮງແຮມ ກໍຕ້ອງໃຊ້ເວລາເຮັດອະນາໄມ, ສີດຢາຂ້າເຊື້ອ, ປະດັບປະດາຫ້ອງຄືນໃໝ່ເພື່ອກະກຽມຕ້ອນຮັບແຂກທ່ອງທ່ຽວຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ