ແຂວງ ກວາງນິນ ກຽມພ້ອມໃຫ້ແກ່ Carnaval ຮ້າລອງ ປີ 2013

ແຂວງ ກວາງນິນ ກຽມພ້ອມໃຫ້ແກ່ Carnaval ຮ້າລອງ ປີ 2013 - ảnh 1
ການ​ປະຊຸມ​ຂ່າວປະກາດການຈັດຕັ້ງ Carnaval ຮ້າ​ລອງ ປີ 2013
(ພາບ: quangninh.gov.vn)

(vovworld) - Carnaval ຮ້າ​ລອງ ​ແມ່ນ​ການ​ເຄື່ອນ​ໄຫວ​ຖືກ​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ ​ເພື່ອ​​ເປີດ​ສາກ​ໃຫ້​ລະດູ​ທ່ອງ​ທ່ຽວ​ປີ 2013. ດ້ວຍ​ຫົວ​ຂໍ້ວ່າ “ສີສັນ ກວາງ​ນິນ - ​ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”, Carnaval ຮ້າ​ລອງ ປີ 2013 ຖືກ​ຈັດ​ຂຶ້ນ​ໃນ​​ເວ​ລາ 20 ​ໂມງ ວັນ​ທີ 27/4. Carnaval ຮ້າ​ລອງ ​ແມ່ນ​ວັນ​ບຸນ​ຂອງ​ປະຊາຊົນ​​ແຂວງ ກວາງ​ນິນ ​ເພື່ອ​ແນ​ໃສ່​ແນະນຳ, ​ເຊື້ອ​ເຊີນ​​ເພື່ອນ​ມິດ, ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປ​ະ​ເທດ ມາ​ຮັບ​ຊົມ, ຊອກ​ຫາ​ມໍລະດົກ​ແຫ່ງທຳ​ມະ​ຊາດ​ຂອງ​ໂລກ ອ່າວຮ້າ​ລອງ ​ແລະ ບັນດາ​ມໍ​ລະ​ດົກ​ວັດທະນະທຳ​ທີ່​ມີຫຼາຍ​ຮູບ​ຫຼາຍ​ສີ​ຂອງ 22 ຊົນ​ເຜົ່າ​ຢູ່​ແຂວງ ກວາງ​ນິນ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 23/4 ຢູ່​ແຂວງ​ກວາງ​ນິນ, ທ່ານ ຈິ້ງ​ດັງ​ແທງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງທ່ຽວ ​ແຂວງ ກວາງ​ນິນ ​ໃຫ້​ຮູ້​ວ່າ: Carnaval ຮ້າ​ລອງ ປີ 2013 ຈະ​ລະດົມ​ແຫຼ່ງກຳລັງຂອງທົ່ວ​ສັງຄົມ:

“ບັນດາ​ການ​ເຄື່ອນ​ໄຫວ​ໂດຍ​ປະຊາຊົນ ກວາງ​ນິນ ປະຕິບັດ ​ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ 22 ຊົນ​ເຜົ່າ​ອ້າຍ​ນ້ອງ, ທີ່​ສະ​ແດງ​ສີສັນ​ວັດທະນະທຳ​ຂອງ​ປະຊາຊົນ ກວາ​ງນິນ​ໃນ​ຫົວ​ຂໍ້ ສີສັນ ກວາງ​ນິນ - ​ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ. 7 ປີ​ກ່ອນ, ລາຍການ Carnaval ​ເຄີຍ​ຈັດ​ຂຶ້ນ​ຢູ່ທີ່​ທ່າ​ເຮືອເກົ່າ, ປີ​ນີ້​ຈະ​ຍ້າຍ​ໄປ​ເມືອງ ຮົ່ງຖັ໋ງ, ​ເຊິ່ງ​ແມ່ນ​ສະຖານ​ທີ່​ມີ​ຄວາມ​ສະດວກ​ກ່ວາ. ສະຖານ​ທີ່​ໃໝ່​ນີ້​ສາມາດ​ຮັບ​ໃຊ້​ຜູ້​ແທນ, ກໍ່​ຄືປະຊາຊົນ​ມາຮ່ວມ​ໄດ້​ຫຼາຍ​ກ່ວາ​ເກົ່າ.”

        ​ເຂົ້າ​ຮ່ວມ​ລາຍ​ການ​ສິລະ​ປະ Carnaval ຮ້າ​ລອງ ປີ 2013 ມີ​ນັກສະ​ແດງ​ສິລະ​ປະ​ປະມານ 3.500 ຄົນ​ທີ່​ສັງ​ກັດ​ຄະນະສິລະ​ປະ​ກອນຕ່າງໆ​ໃນທ່ົວ​ປະ​ເທດ. ​ນອກຈາກ​ນັ້ນ​ຍັງ​ມີ​ນັກສະ​ແດງ​ສິລະ​ປະ​ຂອງ​ແຂວງ ກວາງຕຸ​ງ - ປະ​ເທດ ຈີນ ​ແລະ ຫລວງ​ພະ​ບາງ ຂອງ ລາວ ​ເຂົ້າ​ຮ່ວມ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ