ແຂວງ ກວ​າງ​ນາມ​ ຈະ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ 2 ຄ​ະ​ນະ

(VOVWORLD) -ວັນທີ 17 ພະຈິກ, ແຂວງ ກວາງນາມ ຈະຕ້ອນຮັບແຂກທ່ອງທ່ຽວ 203 ຄົນ ແລະ ວັນທີ 18 ພະຈິກຈະຕ້ອນຮັບ ແຂກທ່ອງທ່ຽວ 226 ຄົນ, ມາພັກເຊົາຢູ່ເຂດພັກຜ່ອນບຳລຸງສຸຂະພາບຄົບວົງຈອນ ນາມໂຮ້ຍອານຢູ່ເມືອງ ຢຸຍຊວຽນ.

  ທ່ານ ຫງວຽນແທງຮົ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ, ໃຫ້ຮູ້ວ່າແຂວງກວາງນາມ ຈະຕ້ອນຮັບແຂກທ່ອງທ່ຽວຊາວ ອາເມລິກາ 2 ຄະນະຕາມແບບສາຍບິນ charter. ລະອຽດແມ່ນວັນທີ 17 ພະຈິກ, ແຂວງ ກວາງນາມ ຈະຕ້ອນຮັບແຂກທ່ອງທ່ຽວ 203 ຄົນ ແລະ ວັນທີ 18 ພະຈິກຈະຕ້ອນຮັບ ແຂກທ່ອງທ່ຽວ 226 ຄົນ, ມາພັກເຊົາຢູ່ເຂດພັກຜ່ອນບຳລຸງສຸຂະພາບຄົບວົງຈອນ ນາມໂຮ້ຍອານຢູ່ເມືອງ ຢຸຍຊວຽນ.

        ນີ້ແມ່ນບັນດາຄະນະແຂກທ່ອງທ່ຽວສາກົນທຳອິດທີ່ມາທ່ອງທ່ຽວຢູ່ ກວາງນາມ         ນັບແຕ່ໄລຍະໂລກລະບາດ ໂຄວິດ - 19 ແຜ່ລະບາດໃນວົງກວ້າງໃນຕົ້ນປີ 2020. ໃນເວລາ 7 ວັນ, ແຂກທ່ອງທ່ຽວຈະໄດ້ໄປຢ້ຽມຢາມ ຄຸ້ມຖະໜົມເກົ່າ ໂຮ້ຍອານ, ເຂດປູຊະນີ ປະສະຖານ ໝີເຊີນ, ເຂດVinpearl Resort and Goft ນາມໂຮ້ຍອານ… ຕາມຕາຕະລາງການທ່ອງທ່ຽວທີ່ໄດ້ຕົກລົງກັນກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ