ແຂວງ ກ່າເມົາ ນຳມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງເຂົ້າສູ່ຊີວິດໂດຍໄວ

(VOVWORLD) -ມີພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ນັກລາຍງານກວ່າ 3.500 ຄົນໃນບໍລິເວນແຂວງໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວທາງອອນລາຍ.

ຄະນະປະຈຳຄະນະພັກແຂວງ ກ່າເມົາ ຫາກໍ່ຈັດກອງປະຊຸມຮ່ຳຮຽນ, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຊຸດທີ 16, ອາຍຸການ 2020 – 2025. ມີພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ນັກລາຍງານກວ່າ 3.500 ຄົນໃນບໍລິເວນແຂວງໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວທາງອອນລາຍ. ຄະນະປະຈຳພັກແຂວງໄດ້ຜັນຂະຫຍາຍ, ເຊື່ອມຊຶມເຖິງພະນັກງານຫຼັກແຫຼ່ງ, ສະມາຊິກພັກໃນທົ່ວແຂວງ ບັນດາເນື້ອໃນກ່ຽວກັບຂົງເຂດເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການເຄື່ອນໄຫວພົວພັນຕ່າງປະເທດ, ວຽກງານກໍ່ສ້າງພັກ ຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງ ກ່າເມົາ ຄັ້ງທີ 16… ພ້ອມກັບໜ້າທີ່ຊີ້ນຳ, ບໍລິຫານພັດທະນາເສດຖະກິດ-ສັງຄົມ, ຄະນະພັກແຂວງ ກ່າເມົາ ໄດ້ເປັນເຈົ້າການຜັນຂະຫຍາຍການປະຕິບັດບັນດາໜ້າທີ່ຈຸດສຸມໃນວຽກງານກໍ່ສ້າງພັກຢ່າງເຂັ້ມງວດ, ມີປະສິດທິຜົນ. ທ່ານເລຂາຄະນະພັກແຂວງແຂວງ ກ່າເມົາ ຫງວຽນຕ໊ຽນຫາຍ ຢືນຢັນວ່າ: ນີ້ແມ່ນໜ້າທີ່ການເມືອງສຳຄັນ, ຕະຫຼອດໄປ, ຍາວນານ, ເຊິ່ງຮຽກຮ້ອງຕ້ອງສະແດງໃຫ້ເຫັນຈິດໃຈ, ໜ້າທີ່ຄວາມຮັບຜິດຊອບ, ຄວາມຕັດສິນໃຈດ້ານການເມືອງສູງ ເພື່ອຈັດຕັ້ງການຜັນຂະຫຍາຍມະຕິຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ