ແຂວງ ດ້ຽນບຽນ ຈັດຕັ້ງພິທີໄຫວ້ອາໄລ, ຝັງ 9 ອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍຊີວິດຢູ່ ລາວ

(VOVWORLD) - ທີ່ພິທີໄຫວ້ອາໄລ, ຜູ້ຕາງໜ້າການນຳ ແລະ ປະຊາຊົນແຂວງ ດ້ຽນບຽນ ໄດ້ວາງພວງມາລາ, ຖະຫວາຍທູບທຽນ ສະແດງຄວາມຮູ້ບຸນຄຸນສຳລັບບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ
ແຂວງ ດ້ຽນບຽນ ຈັດຕັ້ງພິທີໄຫວ້ອາໄລ, ຝັງ 9 ອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍຊີວິດຢູ່ ລາວ - ảnh 1 (ພາບປະກອບອິນເຕີແນັດ)

ວັນທີ 12 ມັງກອນ, ແຂວງ ດ້ຽນບຽນ ຈັດຕັ້ງພິທີຮັບ, ໄຫວ້ອາໄລ ແລະ ຝັງ 9 ອັດຖິ ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ. ນີ້ແມ່ນບັນດາອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານອາສາສະໝັກ ຫວຽດນາມ ທີ່ເສຍຊີວິດຢູ່ ລາວ, ເຊິ່ງກອງທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຂດ 2 ຊອກຫາ, ຂຸດ, ທ້ອນໂຮມອັດຖິ ດ້ວຍການຊ່ວຍເຫຼືອຂອງອຳນາດການປົກຄອງທ້ອງຖິ່ນ 2 ປະເທດ, ພິເສດແມ່ນອຳນາດການປົກຄອງທ້ອງຖິ່ນຂອງ ລາວ.

        ທີ່ພິທີໄຫວ້ອາໄລ, ຜູ້ຕາງໜ້າການນຳ ແລະ ປະຊາຊົນແຂວງ ດ້ຽນບຽນ ໄດ້ວາງພວງມາລາ, ງະຫວາຍທູບທຽນ ສະແດງຄວາມຮູ້ບຸນຄຸນສຳລັບບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ - ບັນດາຜູ້ທີ່ໄດ້ອຸທິດຊີວິດຂອງຕົນ ເພື່ອໜ້າທີ່ສາກົນອັນສູງສົ່ງ.

        ປີ 2018, ທະຫານເຂດ 2 ຈະສືບຕໍ່ຜັນຂະຫຍາຍໂຄງການກວດ, ທຳລາຍລະເບີດທີ່ບໍ່ທັນແຕກ ສົມທົບກັບການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ຮ່າຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ