ແຂວງ ດ້ຽນບຽນ ຕ້ອງປຸກລຸກບັນດາທ່າແຮງພື້ນຖານເພື່ອພັດທະນາ

(VOVWORLD) - ໂຄງການຍົກລະດັບ,  ດັດແປງທ່າອາກາດສະຍານ ດ້ຽນບຽນ ແມ່ນວຽກງານທີ່ຈຳເປັນ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງທ້ອງຖິ່ນ. 
ແຂວງ ດ້ຽນບຽນ ຕ້ອງປຸກລຸກບັນດາທ່າແຮງພື້ນຖານເພື່ອພັດທະນາ - ảnh 1 ທີ່ການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 30 ກໍລະກົດ, ຢູ່ແຂວງ ດ້ຽນບຽນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະປະຕິບັດງານໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ດ້ຽນບຽນ ກ່ຽວກັບສະພາບການປະຕິບັດໜ້າທີ່ການພັດທະນາດ້ານເສດຖະກິດ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກໃນ 6 ເດືອນຕົ້ນປີ 2020; ສະພາບດຶງດູດທຶນ ODA ແລະ ການລົງທຶນຂອງຕ່າງປະເທດໃນບໍລິເວນແຂວງ.

ທີ່ການເຮັດວຽກ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ: ໂຄງການຍົກລະດັບ,  ດັດແປງທ່າອາກາດສະຍານ ດ້ຽນບຽນ ແມ່ນວຽກງານທີ່ຈຳເປັນ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ດ້ຽນບຽນ ຕ້ອງເປັນເຈົ້າການດັດປັບແຫຼ່ງທຶນຢ່າງເໝາະສົມເພື່ອມີງົບປະມານປະຕິບັດ. ໂດຍເຫັນດີຕໍ່ຂໍ້ສະໜີກ່ຽວກັບການລົງທຶນພັດທະນາພື້ນຖານໂຄງລ່າງ, ວັດຖຸຢູ່ຕາມຄູ່ຊາຍແດນເພື່ອນຳໃຊ້ຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງແຂວງ, ນຳໂສມໜ້າດ້ານເສດຖະກິດຂອງເຂດຊາຍແດນພັດທະນາ, ທ່ານ ຟ້າມບິ່ງມິງ ໃສ່ໃຈວ່າ ແຂວງ ດ້ຽນບຽນ ຕ້ອງກວດກາເພື່ອສ້າງລະດັບການໃຫ້ບຸລິມະສິດແກ່ບັນດາລາຍການທີ່ຕ້ອງລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ