ແຂວງ ຕວຽນ​ກວາງ ກະ​ກຽມ​​ຈັດ​ງານ​ບຸນບາ​ລູນ​ສາ​ກົນ

(VOVWORLD) -ງານບຸນ ບາລູນສາກົນ  ຄາດວ່າຈະຈັດຂຶ້ນຢູ່ແຂວງ ຕວຽນກວາງ ໃນວັນທ້າຍເດືອນ ມີນາ 2022, ໃນລະຫວ່າງວັນທີ 12 – 13 ກຸມພາ. 
ແຂວງ ຕວຽນ​ກວາງ ກະ​ກຽມ​​ຈັດ​ງານ​ບຸນບາ​ລູນ​ສາ​ກົນ - ảnh 1ການບິນທົດລອງບາລູນຢູ່ເທິງທ້ອງຟ້າແຂວງ ຕວຽນກວາງ (ພາບ: TTXVN)

ເພື່ອກະກຽມໃຫ້ແກ່ງານບຸນ ບາລູນສາກົນ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ແຂວງ ຕວຽນກວາງ ໃນວັນທ້າຍເດືອນ ມີນາ 2022, ໃນລະຫວ່າງວັນທີ 12 – 13 ກຸມພາ, ບໍລິສັດ Ballooning Media ຈຳກັດ ໄດ້ຈັດການບິນທົດລອງບາລູນຢູ່ເທິງທ້ອງຟ້າແຂວງ ຕວຽນກວາງ.

ສອງສະຖານທີ່ທີ່ຜັນຂະຫຍາຍການບິນທົດລອງບາລູນ ແມ່ນສະໜາມຫຼວງ ຫງວຽນເຕິດແທັ່ງ (ນະຄອນ ຕວຽນກວາງ) ແລະ ສະໜາມກິລາຢູ່ບ້ານ ນ່າຕົງ, ຕາແສງ ເທື້ອງເລິມ, ເມືອງ ເລິມບິ່ງ. ພາຍຫຼັງບິນທົດລອງ, ບໍລິສັດ Ballooning Media ຈຳກັດ ຈະເຮັດວຽກກັບການນຳແຂວງ ຕວຽນກວາງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຕວຽນກວາງ ເພື່ອຕົກລົງເປັນເອກະພາບກ່ຽວກັບວັນເວລາ, ສະຖານທີ່ ແລະ ຂອບຂະໜາດຈັດງານບຸນ ບາລູນສາກົນ. ຄາດວ່າ ຈະມີບາລູນ ປະມານ 15 ໜ່ວຍ ທີ່ມາຈາກບັນດາປະເທດເຂົ້າຮ່ວມງານບຸນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ