ແຂວງ ນິງບິ່ງ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງແຂວງ ຍີ່ປຸ່ນ

(VOVWORLD) - ໂດຍຕາງໜ້າຄະນະປະຕິບັດງານ, ທ່ານນາງ Mori Masako ໃຫ້ຮູ້ວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ...
ແຂວງ ນິງບິ່ງ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງແຂວງ ຍີ່ປຸ່ນ - ảnh 1ທ່ານນາງ ຫງວຽນທິທູຮ່າ, ເລຂາຄະນະພັກແຂວງ ນິງບິ່ງ ຕ້ອນຮັບຄະນະຜູ້ແທນ ຍີ່ປຸ່ນ, ນຳໂດຍທ່ານນາງ Mori Masako
(ພາບ:Đức Phương/TTXVN)

ວັນທີ 5 ມີນາ, ທ່ານນາງ Mori Masako, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ, ໄດ້ນຳໜ້າຄະນະປະຕິບັດງານ ມາຢ້ຽມຢາມ, ຊອກຮູ້ສະພາບຕົວຈິງຢູ່ແຂວງ ນິງບິ່ງ.

        ທີ່ການຕ້ອນຮັບຄະນະ, ທ່ານນາງ ຫງວຽນທິທູຮ່າ, ເລຂາຄະນະພັກແຂວງ ນິງບິ່ງ ໄດ້ຢັ້ງຢືນບຸລິມະສິດດຶງດູດການລົງທຶນຈາກ ຍີ່ປຸ່ນ. ຄາດວ່າ, ໃນໄຕມາດ II/2023, ແຂວງ ນິງບິ່ງ ຈະຈັດກອງປະຊຸມສົ່ງເສີມການລົງທຶນທີ່ສະຫງວນສະເພາະໃຫ້ແກ່ບັນດານັກລົງທຶນມາຈາກ ຍີ່ປຸ່ນ. ແຂວງ ປາດຖະໜາຢາກເພີ່ມທະວີການຮ່ວມມືທີ່ເລິກເຊິ່ງ, ກ້ວາງຂວາງກ່ວາໃນບັນດາຂົງເຂດລະຫວ່າງແຂວງ ນິງບິ່ງ ແລະ ບັນດາທ້ອງຖິ່ນຂອງຍີ່ປຸ່ນ.

        ໂດຍຕາງໜ້າຄະນະປະຕິບັດງານ, ທ່ານນາງ Mori Masako ໃຫ້ຮູ້ວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ, ລະຫວ່າງແຂວງ ນິງບິ່ງ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ເວົ້າສະເພາະ. ກ່ຽວກັບຂໍ້ສະເໜີຈັດງານບຸນດອກ ສະກຸຣະ ຢູ່ແຂວງ ນິງບິ່ງ ໃນໄລຍະຈະມາເຖິງ, ທ່ານນາງ Mori Masako ຖືວ່າ ນີ້ແມ່ນຂໍ້ສະເໜທີ່ີມີຄວາມໝາຍທີ່ສຸດ ແລະ ໃຫ້ຮູ້ວ່າ: ຈະຄົ້ນຄ້ວາ, ຕິດຕໍ່ພົວພັນເພື່ອຫັນຂໍ້ສະເໜີນີ້ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ