ແຂວງ ບັກກ້ານ ກະກຽມສັບປະດາວັດທະນະທຳ, ທ່ອງທ່ຽວປີ 2024

(VOVWORLD) - ເມືອງ ບາເບ ແລະ ເມືອງ ນາຣີ ຈະຈັດການເຄື່ອນໄຫວແນະນຳອາຫານການກິນ, ຜະລິດຕະພັນກະສິກຳ, ປ່າໄມ້, ບັນດາການເຄື່ອນໄຫວວັດທະນະທຳ, ທ່ອງທ່ຽວ ຕິດພັນກັບການໂຄສະນາບັນດາຜະລິດຕະພັນທ່ອງທ່ຽວໃໝ່
ແຂວງ ບັກກ້ານ ກະກຽມສັບປະດາວັດທະນະທຳ, ທ່ອງທ່ຽວປີ 2024 - ảnh 1(ໜອງ ບາເບ໋)

       ສັບປະດາວັດທະນະທຳ, ທ່ອງທ່ຽວແຂວງ ບັກກ້ານ 2024 ຈະໄຂຂຶ້ນໃນຕອນຄ່ຳວັນທີ 27 ເມສາ, ຢູ່ນະຄອນ ບັກກ້ານ, ດ້ວຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ໂຄສະນາການທ່ອງທ່ຽວທີ່ເປັນເອກະລັກສະເພາະຫຼາຍຢ່າງ. ເຫດການໄດ້ຈັດຂຶ້ນພ້ອມດຽວກັນຢູ່ 4 ບໍລິເວນເມືອງ, ນະຄອນ. ໃນຕະຫຼອດ 1 ສັບປະດາ (ແຕ່ວັນທີ 27 ເມສາ - 03 ພຶດສະພາ), ຢູ່ນະຄອນ ບັກກ້ານ, ເມືອງ ເຈີ້ດົ່ນ, ເມືອງ ບາເບ ແລະ ເມືອງ ນາຣີ ຈະຈັດການເຄື່ອນໄຫວແນະນຳອາຫານການກິນ, ຜະລິດຕະພັນກະສິກຳ, ປ່າໄມ້, ບັນດາການເຄື່ອນໄຫວວັດທະນະທຳ, ທ່ອງທ່ຽວ ຕິດພັນກັບການໂຄສະນາບັນດາຜະລິດຕະພັນທ່ອງທ່ຽວໃໝ່. ຢູ່ເມືອງ ນາຣີ, ສັບປະດາວັດທະນະທຳ, ທ່ອງທ່ຽວ ຕິດພັນກັບງານຕະຫຼາດແຫ່ງຄວາມຮັກ ຊວັນເຢືອງ ທີ່ເປັນປະເພນີ, ໃນຂະນະທີ່ ຢູ່ເມືອງ ເຈີ້ດົ່ນ ຈະຈັດການເຄື່ອນໄຫວຕະຫຼາດກາງຄືນ ເຈີ້ດົ່ນ… ຢູ່ເມືອງ ບາເບ໋, ສູນທ່ອງທ່ຽວຂອງແຂວງ ບັກກ້ານ, ໄດ້ຈັດການເຄື່ອນໄຫວທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຄື ທ່ອງທ່ຽວບັນດາບ້ານເຂດແຄມໜອງ, ຢ້ຽມຊົມເຂດປ່າສະຫງວນແຫ່ງຊາດ ບາເບ ແລະ ຮັບປະທານບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນ…

ຕອບກັບ

ຂ່າວ/ບົດ​ອື່ນ