ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ

(VOVWORLD) -ການເລືອກຕັ້ງທີ່ດຳເນີນໄວກວ່າກຳນົດ ຖືກຈັດຂຶ້ນຢູ່ 5 ເຂດເລືອກຕັ້ງ ໃນນະຄອນ ຫວູງເຕົາ.
ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ - ảnh 1ຕຳຫຼວດທະເລ ເຂດ 3 ເຂົ້າຮ່ວມການເລືອກຕັ້ງ (ພາບ: TTXVN)

ວັນທີ 4 ພຶດສະພາ, ຄະນະກໍາມະການເລືອກຕັ້ງ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ສຳລັບພະນັງການ, ນັກຮົບ ແລະ ຊາວຜູ້ອອກແຮງງານສັງກັດບັນດາກົມກອງກຳລັງປະກອບອາວຸດ ເຊິ່ງລວມມີ ທະຫານເຮືອ, ຕຳຫຼວດທະເລ, ກຳລັງກວດກາການປະມົງ, ບັນດາຮ້ານເຈາະນ້ຳມັນ ແລະ ຊາວປະມົງທີ່ອອກແຮງງານ ແລະ ປະຕິບັດງານຢູ່ທະເລໃນໄລຍະຍາວ. ການເລືອກຕັ້ງທີ່ດຳເນີນໄວກວ່າກຳນົດ ຖືກຈັດຂຶ້ນຢູ່ 5 ເຂດເລືອກຕັ້ງ ໃນນະຄອນ ຫວູງເຕົາ.

        ກໍໃນຕອນເຊົ້າວັນທີ 4 ພຶດສະພາ, ຢູ່ທ່າກ່ຳປັ່ນຂອງກອງພັນນ້ອຍ 171 ທະຫານເຮືອ, 2 ຄະນະປະຕິບັດງານໄດ້ເດີນທາງໄປປະຕິບັດໜ້າທີ່ປ່ອນບັດໄວກວ່າກຳນົດ ຢູ່ສູນເຮືອນຮ້ານ DK1 ແລະ ກໍ່າປັ່ນປະຈຳການຢູ່ທະເລ. ຜູ້ມີສິດເລືອກຕັ້ງ ຈຳນວນ 378 ຄົນ ຈະປ່ອນບັດກ່ອນ. ຕາມແຜນການແລ້ວ, 2 ຄະນະປະຕິບັດງານດັ່ງກ່າວ ຈະສຳເລັດໜ້າທີ່ ແລະ ກັບຄືນສູ່ດິນຕໍ່ແຜ່ນກ່ອນວັນທີ 23 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ