ແຂວງ ຟູ່ທໍ້ ກະກຽມຮັບໃບຢັ້ງຢືນ ມໍລະດົກໂລກ ແລະ ງານບຸນວິຫານຮູ່ງ 2013

ແຂວງ ຟູ່ທໍ້ ກະກຽມຮັບໃບຢັ້ງຢືນ ມໍລະດົກໂລກ ແລະ ງານບຸນວິຫານຮູ່ງ 2013 - ảnh 1
ງານບຸນວິຫານ ຮູ່ງ
(ພາບປະກອບ)

(vovworld) - ພິທີ​ເຊີດ​ຊູ, ຮັບ​ໃບ​ຢັ້ງຢືນ “ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ ຮູ່ງ ຢູ່ ຟູ່ທໍ້” ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ ຕາງໜ້າ​ຂອງມວນ​ມະນຸດ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ກົງ​ກັບ​ໂອກາດ​ໄຫວ້​ບູຊາ​ເຈົ້າ​ຊີວິດ ຮູ່ງ - ງານ​ບຸນ​ວິຫານ ຮູ່ງ ປີ 2013 (​ຄາດ​ວ່າ​ຈະ​ດຳ​ເນີນໃນ​ວັນ​ທີ 13/4, ກົງ​ກັບ​ວັນ​ທີ 4/3 ​ໄລ່​ຕາມ​ຈັນທະ​ປະຕິທິນ). ​ເພື່ອ​ກະກຽ​ມຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແຫ່​ພິທີ​ຮັບ​​ໃບ​ຢັ້ງຢືນ​ມໍລະດົກ​ໂລກ ​ແລະ ງານ​ບຸນ​ວິຫານ​ຮູ່ງ ປີ 2013, ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ວິຫານ ຮູ່ງ ສົມທົບ​ກັບ​ພະ​ແນ​ກວັດທະ​ນະ​ທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ ​ແຂວງ​ ຟູ່ທໍ້ ​ໄດ້​ຈັດ​ບັນດາ​ລາຍການ​ ​ເຄື່ອນ​ໄຫວ​ວັດ​ທະນະ​ທຳ ສິລະ​ປະ, ກິລາກາຍ​ຍະ​ກຳຮັບ​ໃຊ້​​​ງານ​ບຸນ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ສົມທົບ​ກັບບັນດາຂັ້ນ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ສ້າງ​ແຜນການ ​ແລະ ຜັນ​ຂະຫຍາຍ​ບັນດາ​ວິທີ​ຮັບ​ປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ໄດ້​ແບ່ງ​ກຳລັງ​ແນະ​ນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ປະຕິບັດ​ພິທີ​ເຫຼື້ອ​ມ​ໃສ​ບູຊາ ​ເຈົ້າ​ຊີວິດ​ຮູ່ງ ຕາມ​ປະ​ເພນີ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ດີທີ່​ສຸດ​ໃຫ້​ແກ່​ປະຊາຊົນ​ມາ​ຢ້ຽມຢາມ ວິຫານ ຮູ່ງ ​ແລະ ຕອບ​ບຸນ​​ແທນ​ຄຸນ​ບັນພະບຸລຸດ. ທ່ານ ຫງວຽນ​ຊວນ​ກາກ, ຜູ້ອຳ​ນວຍ​ການ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ວິຫານ ຮູ່ງ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ, ບັນດາ​ວິຫານ​ບູຊາ​​ເທິງໃນ​ພູ ​ເຫງຍຫຼີງ (Nghia Linh) ຄື: ວິຫານ ຮ້າ, ວິຫານ ຈູງ, ວິຫານ ​ເທື້ອງ, ສຸສານເຈົ້າ​ຊີ​ວິດ ຮູ່ງ, ວິຫານ ​ຢ໋ຽງ ​ໄດ້​ຮັບ​ການ​ບູລະນະ​ປະຕິສັງຂອນ ​ເພື່ອ​ຕ້ອນຮັບ​ປະຊາຊົນ​ໃນ​ທ່ົວ​ປະ​ເທດ ມາ​ຕອບ​ບຸນ​ແທນ​ຄຸ​ນບັນພະບຸລຸດຜູ້​ທີ່​ມີ​ຄຸນງາ​ມຄວາມ​ດີ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ