ແຂວງ ຟູ້ເຖາະ ຖະຫວາຍດອກໄມ້ທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງອົງຕ່າງໆ


  ແຂວງ ຟູ້ເຖາະ ຖະຫວາຍດອກໄມ້ທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງອົງຕ່າງໆ - ảnh 1
ການ​ນຳ​ແຂວງ​ຟູ້​ເຖາະ​ຖະ​ຫວາຍດອກ​ໄມ້​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາບັນ​ດາເຈົ້າ​ຊີວ​ິດ​ຮຸ່ງ

(vovworld)- ຕອນ​ຄ່ຳ​ວັນ​ທີ 7/2(ກົງ​ກັບ​ວັນ​ທີ 30 ຂອງ​ບຸນ​ເຕັດ) ຢູ່​ວັງ​ກິ້ງ​ທຽນ ເທິ່ງ​ຈອມ​ພູ​ເງັ້ຍ​ລິ້ງ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ພິ​ເສດ​ຂອງ​ຊາດ ວິ​ຫານ​ຮຸ່ງ, ໂດຍ​ຕາງ​ໜ້າ​ໃຫ້​ພໍ່​ແມ່​ພີ​ນ້ອງ​ຮ່ວມ​ຊາດ, ການ​ນຳ​ແຂວງ​ຟູ້​ເຖາະ ໄດ້​ຈັດ​ພິ​ທີ​ຖະ​ຫວາຍດອກ​ໄມ້​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເຈົ້າ​ຊີວ​ິດ​ຮຸ່ງອົງ​ຕ່າງໆ ແລະ ພາ​ວະ​ນາ​ໃຫ້​ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ຊົນ​ຮັ່ງ​ມີ. ທີ່​ພິ​ທີ, ການ​ນຳ​ແຂວງ​ຟູ້​ເຖາະ​ໄດ້​ຢືນ​ຢັນ​ວ່າ ບັນ​ດາ​ລູກ​ຮັກຫຼານ​ແພງ​ຂອງ​ປະ​ເທດ​ຫວຽດ​ນາມ​ຫວັງ​ມີ​ຄວາມ​ສາ​ມັກ​ຄີ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ເພື່ອ​ປັກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຫວຽ​ດ​ນາມໃຫ້​ຈະ​ເລີນ​ຮຸ່ງເຮືອງ .

ຂ່າວ/ບົດ​ອື່ນ