ແຂວງ ຢູນໜານຂອງ ຈີນ ແລະ ຫວຽດນາມ ຊຸກຍູ້ການຮ່ວມມື, ການລົງທຶນ

(VOVWORLD) - ຕອນເຊົ້າວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ຈູງກົວງິງ ຮອງເຈົ້າແຂວງຜູ້ປະຈຳການຄະນະປົກຄອງແຂວງ ຢູນໜານ(ຈີນ) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ແຂວງ ຢູນໜານຂອງ ຈີນ ແລະ ຫວຽດນາມ ຊຸກຍູ້ການຮ່ວມມື, ການລົງທຶນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ແລະ ທ່ານ ຈູງກົວງິງ ຮອງເຈົ້າແຂວງຜູ້ປະຈຳການຄະນະປົກຄອງແຂວງ ຢູນໜານ (ພາບ: VGP/ແທງຈຸງ)

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມຖືເປັນສຳຄັນການເດີນທາງປະຕິບັດງານຂອງຄະນະຜູ້ແທນ ແຂວງ ຢູນໜານ ຢູ່ ຫວຽດນາມ ແລະ ຫວັງວ່າ ສອງຝ່າຍຈະເພີ່ມທະວີການພົວພັນດ້ານການທູດ, ການຄ້າ, ການລົງທຶນໃຫ້ຫຼາຍກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວສະເໜີໃຫ້ແຂວງຢູນໜານເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ, ສະໜັບສະໜູນບັນດາວິສາຫະກິດ ຂອງ ຫວຽດນາມໃນການລົງທຶນ ຢູ່ ຢູນໜານ.

ສ່ວນທ່ານ ຈູງກົວງິງ ໄດ້ເນັ້ນໜັກວ່າ ຢູນໜານສະໜັບສະໜູນຕໍ່ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດກ່ຽວກັບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານຂອງສອງປະເທດ. ທ່ານ ຈູງກົວງິງ ນຳສະເໜີກັບລັດຖະບານ ຫວຽດນາມ ບັນດາມາດຕະການແກ້ໄຂເພື່ອໃຫ້ສອງຝ່າຍຊຸກຍູ້ການພົວພັນ, ໃນນັ້ນມີການບູລະນະສ້ອມແປງເສັ້ນທາງລົດໄຟເຊື່ອມຕໍ່ ລາວກາຍ ກັບ ຫາຍຟອງເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງ ແຂວງຢູນໜານ ແລະ ຕະຫຼາດ ທາງທິດຕາເວັນຕົກສ່ຽງໃຕ້ຂອງຈີນ ກັບບັນດາແຂວງຂອງ ຫວຽດນາມ ແລະ ຊ່ວຍນຳສິນຄ້າຂອງ ຢູນໜານອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ