ແຂວງ ລາຍ​ເຈົາ ເປັນ​ເຈົ້າ​ພາບ​ຈັດ​ລາງວັນ ໂດດ​ຈ້ອງເວີ່ນ​ເວ​ຫາ ​ຢູ່​ພູ ປູ​ຕາ​ແລງ ຫວຽດ​ນາມ ເປ​ີ​ດກວ້າງ​ຄັ້ງ​ທີ I

(VOVWORLD) -  ລາງວັນໂດດຈ້ອງເວີ່ນເວຫາ ຢູ່ພູ ປູຕາແລງ ຫວຽດນາມ ເປີດກວ້າງຄັ້ງທີ I ປີ 2022 ຈະດຳເນີນແຕ່ວັນທີ 17 – 20 ພະຈິກ ໂດຍມີຜູ້ເຂົ້າຮ່ວມການແຂ່ງຂັນທີ່ເປັນຄົນ ຫວຽດ ແລະ ມາຈາກສາກົນປະມານ 100 ຄົນ.
ແຂວງ ລາຍ​ເຈົາ ເປັນ​ເຈົ້າ​ພາບ​ຈັດ​ລາງວັນ ໂດດ​ຈ້ອງເວີ່ນ​ເວ​ຫາ ​ຢູ່​ພູ ປູ​ຕາ​ແລງ ຫວຽດ​ນາມ ເປ​ີ​ດກວ້າງ​ຄັ້ງ​ທີ I - ảnh 1ແຂວງ ລາຍເຈົາ ໄດ້ຕັ້ງເປົ້າໝາຍສ້າງລາງວັນໂດດຈ້ອງເວີ່ນເວຫາທາງຍາວ ຢູ່ພູ ປູຕາແລງ ຫວຽດນາມ ເປິດກວ້າງ ໃຫ້ກາຍເປັນກິດຈະກຳປະຈຳປີ (ພາບ: VOV)

ແຂວງ ລາຍເຈົາ ໄດ້ຕັ້ງເປົ້າໝາຍສ້າງລາງວັນໂດດຈ້ອງເວີ່ນເວຫາທາງຍາວ ຢູ່ພູ ປູຕາແລງ ຫວຽດນາມ ເປິດກວ້າງ ໃຫ້ກາຍເປັນກິດຈະກຳປະຈຳປີ; ມຸ່ງໄປເຖິງການພັດທະນາການບໍລິການຫຼີ້ນທົດລອງໂດດຈ້ອງເວີ່ນເວຫາຢູ່ເທິງຈອມພູ ປູຕາແລງ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວໜຶ່ງທີ່ເປັນທ່າແຮງຂອງແຂວງ, ມຸ່ງໄປເຖິງການນຳກິລາປະເພດນີ້ໃຫ້ກາຍເປັນລາງວັນແຂ່ງຂັນໂດດຈ້ອງເວີ່ນເວຫາ ຢ່າງເປັນທາງການໃນລະບົບແຂ່ງຂັນໂດດຈ້ອງຂອງສະຫະສະມາຄົມໂດດຈ້ອງສາກົນ (FAI) ແລະ World Cup ໂດດຈ້ອງເວີ່ນເວຫາ (Paragliding World Cup) ເທື່ອລະກ້າວ.


ຕອບກັບ

ຂ່າວ/ບົດ​ອື່ນ