ແຂວງ ລາຍເຈົາ ໄດ້ສົ່ງອອກຜະລິດຕະພັນກະເສດເກືອບ 2.000 ໂຕນ

(VOVWORLD) -ບັນດາຜະລິດຕະພັນກະເສດທີ່ສົ່ງອອກແມ່ນ: ໝາກກ້ວຍ, ຂີ້ໝີ້ນ ແລະ ບັນດາຜະລິດຕະພັນກະເສດອື່ນໆ.

ແຂວງ ລາຍເຈົາ ໄດ້ສົ່ງອອກຜະລິດຕະພັນກະເສດເກືອບ 2.000 ໂຕນ - ảnh 1 ຜະລິດຕະພັນກະເສດໄດ້ຮັບການສ້າງເງື່ອນໄຂຢ່າງສຸດຂີດ

(ພາບປະກອບ)

ນັບແຕ່ຈັດວາງຂັ້ນຕອນກັກກັນພະຍາດໃນການສົ່ງອອກ, ນຳເຂົ້າສິນຄ້າໃນວັນທີ 27 ກຸມພາ ມາຮອດປະຈຸບັນ, ຢູ່ດ່ານຊາຍແດນ ມາລູ່ທ່າງ, ເມືອງ ຟອງໂຖ, ແຂວງ ລາຍເຈົາ, ໄດ້ສົ່ງອອກຜະລິດຕະພັນກະເສດເກືອບ 2.000 ໂຕນ. ບັນດາຜະລິດຕະພັນກະເສດທີ່ສົ່ງອອກແມ່ນ: ໝາກກ້ວຍ, ຂີ້ໝີ້ນ ແລະ ບັນດາຜະລິດຕະພັນກະເສດອື່ນໆ. ທ່ານ ຟ້າມມິງໂດ້, ຮອງຫົວໜ້າຮັບຜິດຊອບໜ່ວຍຄຸມຄອງຂຸດຄົ້ນປະຕູດ່ານຊາຍແດນ ມາລູ່ທ່າງ ໃຫ້ຮູ້ວ່າ, ການສົ່ງອອກ, ນຳເຂົ້າສິນຄ້າຢູ່ທີ່ນີ້, ພິເສດແມ່ນຜະລິດຕະພັນກະເສດໄດ້ຮັບການສ້າງເງື່ອນໄຂຢ່າງສຸດຂີດ ແລະ ໄດ້ປະຕິບັດຕາມຂັ້ນຕອນຄົບວົງຈອນຢູ່ເຂດແຍກອອກ, ຮັບປະກັນຄວາມປອດໄພໃຫ້ແກ່ວຽກງານປ້ອງກັນ, ຄວບຄຸມ Covid-19.

ຕອບກັບ

ຂ່າວ/ບົດ​ອື່ນ