ແຂວງ ວິ້ງຟູ໊ກ ເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດ Covid-19

(VOVWORLD) -ໃນຈຳນວນ 16 ກໍລະນີຕິດເຊື້ອພະຍາດຢູ່ຫວຽດນາມ, ສະເພາະແຂວງວິ້ງຟູ໊ກ ມີ 11 ກໍລະນີ.
ແຂວງ ວິ້ງຟູ໊ກ ເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດ Covid-19 - ảnh 1 (ພາບປະກອບ: TTXVN)

ຕໍ່ໜ້າສະພາບການຜັນແປຂອງເຊື້ອພະຍາດ Covid-19 ທີ່ຍາກຈະຄາດຄະເນລ່ວງໜ້າໄດ້ນັ້ນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ວິ້ງຟູ໊ກ ໄດ້ມີຈົດໝາຍທາງການໂດຍດ່ວນສົ່ງເຖິງບັນດາອົງການສຳນັກງານ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ຄະນະກຳມະການປະຊາຊົນບັນດາເມືອງ, ນະຄອນໃນບໍລິເວນແຂວງ ວິ້ງຟູ໊ກ ຈົ່ງປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານການຕິດເຊື້ອພະຍາດຢ່າງເຂັ້ມງວດ.

          ຕາມນັ້ນແລ້ວ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ວິ້ງຟູ໊ກ ສະເໜີໃຫ້ບັນດາພາກສ່ວນດັ່ງກ່າວເພີ່ມທະວີໜ້າທີ່ຄວາມຮັບຜິດຊອບ, ສິດ, ພັນທະຂອງຜູ້ນຳໜ້າບັນດາອົງການສຳນັກງານ, ຫົວໜ່ວຍ, ທ້ອງຖິ່ນໃນບັນດາໜ້າທີ່ປ້ອງກັນ, ຕ້ານການຕິດເຊື້ອພະຍາດໃນບໍລິເວນ, ສຳນັກງານ, ຫົວໜ່ວຍທີ່ຕົນເອງຮັບຜິດຊອບ. ພ້ອມທັງ, ຜັນຂະຫຍາຍບັນດາມາດຕະການຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອພະຍາດຕິດແປດ ແລະ ການຊີ້ນຳຂອງນາຍົກລັດຖະມົນຕີ, ຂອງແຂວງວິ້ງຟູ໊ກ, ບັນດາການແຈ້ງເຕືອນຂອງກະຊວງສາທາລະນະທຸກ… ຢ່າງຄົບຊຸດ ເພື່ອແນໃສ່ບັນລຸປະສິດທິຜົນໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ໃຫ້ສູງທີ່ສຸດ.

          ແຂວງ ວິ້ງຟູ໊ກ ແມ່ນທ້ອງຖິ່ນ ມີກໍລະນີຕິດເຊື້ອພະຍາດ Covid-19 ຫຼາຍກວ່າໝູ່ຢູ່ຫວຽດນາມ. ໃນຈຳນວນ 16 ກໍລະນີຕິດເຊື້ອພະຍາດຢູ່ຫວຽດນາມ, ສະເພາະແຂວງວິ້ງຟູ໊ກ ມີ 11 ກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ