ແຂວງ ຮ່ວາບິ່ງ ຕ້ອງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວເພື່ອພັດທະນາ

ແຂວງ ຮ່ວາບິ່ງ ຕ້ອງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວເພື່ອພັດທະນາ - ảnh 1
(ທ່ານ​ປະທານ​ປ​ະ​ເທດ​ເຈືອງ​ເຕີນ​ຊາງ
ມອບຂອງຂວັນໃຫ້ປະຊາຊົນຕາ​ແສງ​ຕ່ຽນຟອງ)


(vovworld) – ​ວັນ​ທີ 18/01, ທ່ານ​ປະທານ​ປ​ະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານໄດ​້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຮ່ວາງ​ບິ່ງ ກ່ຽວ​ກັບສະພາບ​ປະຕິບັດ​ເສດຖະກິດ, ສັງຄົມ ​ແລະ ຮັບປະກັນການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ແຂວງ. ຢູ່​ເມືອງ ກາວ​ຟອງ, ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ບໍລິສັດຈຳກັດ ກາວ​ຟອງ​ ທີ່​ໄດ້​ຈັດ​ຕັ້ງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ຍົກ​ສູງ​ສະມັດ​ຕະພາບ, ປະລິມານ​​ຕົ້ນ​ໄມ້, ຢືນຢັນ​ໄດ້​ເຄື່ອງໝາຍ​​ໝາກ​ກ້ຽງ ກາວ​ຟອງ ​ໃນ​ຕະຫຼາດ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ບໍລິສັດ ​ແລະ ​ເມືອງ​ກາວ​ຟອງ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ວິທີ​ຍົກ​ສູງ​ຄຸນ​ນະພາ​ບ, ກຳລັງ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ​ໃນ​ສະພາບ​ທີ່​ຫວຽດນາມ ​ເຊື່ອມ​ໂຍງ, ຫັນ​ການ​ຄ້າ​ເປັນ​ເສລີ.

        ​ເມື່ອ​ຢ້ຽມຢາມ ​ແລະ ຊອກ​ຮູ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ບັນ​ດາ​ເຜົ່າ​ໃນ​ບໍລິ​ເວນ​ຕາ​ແສງ​ຕ່ຽນຟອງ, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ແຂວງ​ເພື່ອພັ​ດທະນາ, ຂະຫຍາຍຮູບ​ແບບ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃນ​ເຂດທີ່​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຮ່ວາ​ບິ່ງ.

        ​ທີ່​ການ​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ຮ່ວາ​ບິ່ງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ຮ່ວາ​ບິ່ງ ​ໄດ້​ເສີມ​ຂະຫຍາຍ​ກຳ​ລັງ​ແຮງ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ ຮັກສາ​ລະດັບ​ເຕີບ​ໂຕ​​ເສດຖະກິດ​ເກືອບ 10,4% ​ໃນ 4 ປີຜ່ານມາ. ທ່ານ​ປະທານ​ປະ​ເທດ ​ຊົມ​ເຊີຍທ້ອງ​ຖິ່ນ​ໄດ້​ຫັນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຢ່າງ​ວ່ອງ​ໄວ ​ແລະ ຖືກ​ທິດ, ​ໃນ​ນັ້ນສ້າງ​ໂຄງ​ປະກອບ​​ກະສິກຳ​ປ່າ​ໄມ້ຕາມ​ທິດ​ຍົກ​ສູງ​ຄຸນຄ່າ​ພັດທະນາ​ຢ່າ​ງໝັ້ນຄົງ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ, ອຳນາດ​ການ​ປົກຄອງ​ແຂວງ​ຮ່ວາ​ບິ່ງ ພວມ​ມານະ​ພະຍາຍາມ​ສູ້​ຊົ​ນ​ເພື່ອບັນລຸ​ລາຍ​ຮັບ​ປານ​ກາງ​ຂອງ​ທົ່ວ​ປະ​ເທ​ດ​ໃຫ້​ໄດ້, ສະ​ນັ້ນ, ຕ້ອງ​ຊອກ​ຫາ​ທິດ​ທາງ​ໃຫ້​ແກ່​ການ​ພັດທະນາ​ເສ​ດຖະກິດ​ສັງຄົມ ​ແລະ ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ລະອຽດ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມຊ້ອນ ​ແລະ ທ່າ​ແຮງ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ