ແຂວງ ຮ່າຢາງ ເຊັນຮ່າງການຮ່ວມມືຍຸດທະສາດກັບທະນາຄານໂລກ

(VOVWORLD) -  ວັນທີ 25 ພຶດສະພາ, ທີ່ນະຄອນ ຮ່າຢາງ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ເຊັນຮ່າງການຮ່ວມມືຍຸດທະສາດກັບທະນາຄານໂລກ (WB) ປະຈຳ ຫວຽດນາມ ໄລຍະປີ 2020 – 2025. 
ແຂວງ ຮ່າຢາງ ເຊັນຮ່າງການຮ່ວມມືຍຸດທະສາດກັບທະນາຄານໂລກ - ảnh 1 ແຂວງ ຮ່າຢາງ ເຊັນຮ່າງການຮ່ວມມືຍຸດທະສາດກັບທະນາຄານໂລກ (ພາບ: TTXVN)

ໃນງຮ່າງການຮ່ວມມືຍຸດທະສາດໄລຍະປີ 2020 – 2025, ທະນາຄານໂລກປະຈຳ ຫວຽດນາມ ຈະສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຢາງ ສືບຕໍ່ປະຕິບັດບັນດາການເຄື່ອນໄຫວລະອຽດຄື: ໜູນຊ່ວຍແຂວງ ຮ່າຢາງ ພັດທະນາການທ່ອງທ່ຽວຂຽວ, ສະອາດ, ໝັ້ນຄົງ; ພັດທະນາພື້ນຖານໂຄງລ່າງຄົມມະນາຄົມຕົ້ນຕໍຂອງແຂວງ; ໜູນຊ່ວຍຜັນຂະຫຍາຍໂຄງການສະໜອງນ້ຳສະອາດໃຫ້ພໍ່ແມ່ປະຊາຊົນເຂດພູສູງ ສວນສາທາລະນະທໍລະນີສາດພູພຽງຫີນ ດົງວັນ; ໜູນຊ່ວຍການພັດທະນາຂົງເຂດສາທາລະນະສຸກ; ລະດົມບັນດາແຫຼ່ງກຳລັງຊ່ວຍແຂວງ ຮ່າຢາງ ພັດທະນາຢ່າງວ່ອງໄວ, ຍືນຍົງເທື່ອລະກ້າວ ສົມເປັນຈຸດພົ້ນເດັ່ນເຂດດິນແດນເໜືອສຸດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ