ແຂວງ ເງະ​ອ​ານ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຄອບ​ຄົວທຸກ​ຍາກ, ຄອບ​ຄົວ​ເປົ້າ​ໝາ​ຍ​ນະ​ໂຍ​ບາຍ, ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ, ບໍ່​ໃຫ້​ຜູ້​ໃດ​ບໍ່​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ

(VOVWORLD) -ຕອນເຊົ້າວັນທີ 30 ມັງກອນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດ ໃຫ້ແກ່ຄອບຄົວທຸກຍາກ, ໃກ້ທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ 2 ເມືອງ ງີລົກ ແລະ ຮືງງວຽນ (ແຂວງເງະອານ) ໃນໂອກາບຸນເຕັດປະຈຳຊາດປີຂານ 2022.

ແຂວງ ເງະ​ອ​ານ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຄອບ​ຄົວທຸກ​ຍາກ, ຄອບ​ຄົວ​ເປົ້າ​ໝາ​ຍ​ນະ​ໂຍ​ບາຍ, ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ, ບໍ່​ໃຫ້​ຜູ້​ໃດ​ບໍ່​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກ (ພາບ: TTXVN)

ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ຄຳອວຍພອນປີໃໝ່ໄປຍັງຄະນະພັກ, ອຳນາດການປົກຄອງ, ນັກຮົບ, ທະຫານ ແລະ ປະຊາຊົນ ແຂວງເງະອານ, ພ້ອມທັງ ເອົາໃຈໃສ່ແຂວງເງະອານ ຕ້ອງເອົາໃຈໃສ່ເຖິງທຸກຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ໃກ້ທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ບໍ່ໃຫ້ຜູ້ໃດບໍ່ໄດ້ຕ້ອນຮັບບຸນເຕັດ.

ໃນໂອກາດບຸນເຕັດປີຂານ 2022, ເວລາຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບຂອງຂວັນ 1000 ພູດໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນແຂວງເງະອານ. ພ້ອມທັງມອບສິດໃຫ້ແກ່ການນຳແຂວງເງະອານເພື່ອມອບຂອງຂວັນໃຫ້ແກ່ປະຊາຊົນໂດຍກົງ ໃນນັ້ນມີບັນດາຄອບຄົວທຸກຍາກພວມປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆໃນບັນດາທ້ອງຖິ່ນເກ້ຟອງ, ກຸ່ຍເຈົາ, ກອນກວງ, ແອັງເຊີນ, ນາມດ່ານ, ງີໂລກ... ເພື່ອພ້ອມກັນຕ້ອນຮັບບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ