ແຂວງ ເຊີນລາ (ຫວຽດນາມ) ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ) 30.000 ອັນ

(VOVWORLD) -  ພະແນກສາທາລະນະສຸກ ແລະ ພະແນກການພົວພັນຕ່າງປະເທດແຂວງ ເຊີນລາ (ຫວຽດນາມ )ຫາກໍ່ມອບຜ້າອັດປາກ-ດັງ 30.000 ອັນໃຫ້ແກ່ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ).
ແຂວງ ເຊີນລາ (ຫວຽດນາມ) ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ) 30.000 ອັນ - ảnh 1 ແຂວງ ເຊີນລາ ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ

        ທີ່ພິທີມອບ-ຮັບ, ການນຳພະແນກສາທາລະນະສຸກແຂວງ ເຊີນລາ ແລະ ແຂວງ ຫົວພັນໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 2 ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ຈະເພີ່ມທະວີການຮ່ວມມືກັບແຂວງ ເຊີນລາ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເພື່ອຮັກສາສຸຂະພາບ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ