ແຂວງ ເລີມດົ່ງ ເລີ່ມດຳເນີນປີຊາວໜຸ່ມ ອາສາສະໝັກ 2014

ແຂວງ ເລີມດົ່ງ ເລີ່ມດຳເນີນປີຊາວໜຸ່ມ ອາສາສະໝັກ 2014 - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 16/02, ຄະນະ​ຊາວ​ໜຸ່ມແຂວງ​ເລີມ​ດົ່ງ ​ໄດ້​​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເລີ່​ມດຳ​ເນີນ​ປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014. 3 ​ເນື້ອ​ໃນ​ຕົ້ນ​ຕໍ່ຂອງ​ປີ​ຊາວ​ໜຸ່ມ​ອາສາ​ສະໝັກ​ນັ້ນ​ແມ່ນ: ຍູ້​ແຮງ​ຂະ​ບວນການ “​ໄວ​ໜຸ່ມຮ່ວມ​​ແຮງ​ຮ່ວມ​ໃຈກໍ່ສ້າງ​ຊົນນະບົດ​ໃໝ່”; ຍົກສູງ​ຄຸນ​ນະພາ​ບຂະ​ບວນການ “​ໄວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ສ້າງ​ຄວາມ​ສີວິ​ໄລ​ເຂດ​ຕົວ​ເມືອງ”; ພ້ອມ​ກັບ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ; ສ້າງ​ບາດກ້າວ​ບຸກທະລຸ​ໃນ​ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກ ​ເພື່ອ​ຊີວິດ​ຂອງ​ປະຊາ​ຄົມ, ຮັບປະກັນ​ຊີວິດ​ສັງຄົມ. ພາຍຫຼັງ​ພິທີ​ປຸກລະດົມ, ມີ​ສະມາຊິກ​ຊາວ​ໜຸ່ມ​ເກືອບ 2.000 ຄົນ ພ້ອມ​ກັນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຄື ບໍລິຈາກ​ເລືອດ​ມະນຸດສະທຳ; ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ, ປູ​ກຕົ້ນ​ໄມ້, ກວດພະຍາດ, ​ແຈກ​ຢາຍ​ຢຸກຢາ, ​ໃຫ້​ຄຳ​ປຶກສາ​ດ້ານ​ສຸຂະພາບ​​ແກ່ຄົນ​ທຸກ​ຍາກ. ​ເນື່ອງ​​ໃນ​​ໂອກາດ​ນີ້, ມີ​ວິ​ສາ​ຫະ​ກິດບາງ​ແຫ່ງ​ກໍ່​ໄດ້​​ເຂົ້າ​ຮ່ວມ​ການ​ອຸປະຖຳ​ໃຫ້​ລາຍການ​ອາສາ​ສະໝັກ​ຂ​ອງ ຄະນະ​ຊາວ​ໜຸ່ມແຂວງ​ເລີມ​ດົ່ງ ​ເຊິ່ງລວມມີການ​ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 10 ຫຼັງ, ​ທີ່​ມີ​ມູນ​ຄ່າ 300 ລ້ານ​ດົງ.

ຂ່າວ/ບົດ​ອື່ນ